spot_img
Homeຂ່າວຕ່າງປະເທດລັດຖະບານຈີນຊ່ວຍ 700 ລ້ານຊີວິດ ຫຼຸດພົ້ນອອກຈາກຄວາມທຸກຍາກ

ລັດຖະບານຈີນຊ່ວຍ 700 ລ້ານຊີວິດ ຫຼຸດພົ້ນອອກຈາກຄວາມທຸກຍາກ

Published on

ທ່ານ ສີ ຈິ້ນຜິງ ປະທານ ປະເທດ ສປ ຈີນ ເປີດເຜີຍວ່າ ຈີນໄດ້ພາປະຊາຊົນ 700 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ, ມັນຄືສິ່ງມະຫັດສະຈັນໃນປະຫວັດສາດຂອງມະນຸດ ແລະ ພ້ອມສືບຕໍ່ພາລະກິດນຳພາປະຊາຊົນອີກ 10 ລ້ານຄົນອອກຈາກຄວາມທຸກຍາກໃນປີ 2020.

ຕາມຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມານີ້ວ່າ: ຜູ້ນຳຂອງຈີນໄດ້ກ່າວວ່າ ການປະຕິຮູບ ແລະ  ເປີດປະເທດມາຍາວນານຫຼາຍກວ່າ 40 ປີ; ປັດຈຸບັນ, ໄດ້ນຳພາປະຊາຊົນຈີນຫຼາຍກວ່າ 700 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຖືເປັນສິ່ງມະຫັດສະຈັນໃນປະຫວັດສາດຂອງມະນຸດ. ທ່ານສີ ຈິ້ນຜິງ ກ່າວວ່າ: “ບັນຫາຄວາມທຸກຍາກໄດ້ເກີດຂຶ້ນມາດົນນານນັບຫຼາຍໆພັນປີ ຢູ່ໃນແຜນດິນຈີນກຳລັງຈະຖືກແກ້ໄຂຄັ້ງປະຫວັດສາດ ແລະ ການບັນເທົາຄວາມທຸກຍາກໄດ້ເຂົ້າສູ່ໄລຍະສຳຄັນທີ່ສຸດໃນປັດຈຸບັນ ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນຕັ້ງໃຈຕໍ່ສູ້ເອົາຊະນະກັບຄວາມທຸກຍາກ, ໃຫ້ພາກສ່ວນຕ່າງໆໄດ້ຮັບຮູ້ ແລະ ສະແດງຄວາມຮັບຜິດຊອບນຳກັນຢ່າງຖືກຕ້ອງ ແລະ ເໝາະສົມ”.

ນອກຈາກນັ້ນ, ທ່ານ ຫຼີ່ ເຄີ້ສຽງ ນາຍົກລັດຖະມົນຕີຂອງຈີນ ໄດ້ກ່າວເຖິງພາລະກິດນຳພາປະຊາຊົນອີກ 10 ລ້ານຄົນອອກຈາກຄວາມທຸກຍາກພາຍໃນປີນີ້ ແລະ ການບັນລຸເປົ້ນໝາຍຄືການຈຳກັດຄວາມທຸກຍາກຢ່າງສິ້ນເຊິງພາຍໃນປີ 2020.

 

 

 

 

 

 

 

ຮຽບຮຽງຂ່າວ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຫຼັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...