Homeຂ່າວທ້ອງຖິ່ນຊໍາຊຸງສະໜັບສະໜູນໂຄງການຜະຫຼິດຫຼອດດູດໄມ້ໄຜ່ ຊ່ວຍສະມາຄົມຫັດຖະກຳຄົນພິການ ແລະ ຊົນເຜົ່າ

ຊໍາຊຸງສະໜັບສະໜູນໂຄງການຜະຫຼິດຫຼອດດູດໄມ້ໄຜ່ ຊ່ວຍສະມາຄົມຫັດຖະກຳຄົນພິການ ແລະ ຊົນເຜົ່າ

Published on

ສໍາເລັດໄປຮຽບຮ້ອຍແລ້ວ ສໍາລັບບັນຍາກາດງານຂອງ ໂຄງການ Samsung Love & Care ໂດຍບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ຊ່ວຍເຫຼຶອໃນການສ້າງວຽກເຮັດງານທຳ ໃຫ້ແກ່ຜູ້ພິການ ຂອງສະມາຄົມຫັດຖະກຳຄົນພິການ ແລະ ຊົນເຜົ່າ. ເພື່ອສ້າງລາຍໄດ້ໃນໄລຍະຍາວ ໂດຍການຈັດງານເຝິກອົບຮົມວິຊາຊີບ “ຜະລິດຫຼອດດູດໄມ້ໄຜ່“ ເຊິ່ງການຝຶກອົບຮົມດັ່ງກ່າວ ແມ່ນນໍາພາໂດຍ ທ່ານ ນາງ Arounothay Khoungkhakoune, ຜູ້ກໍ່ຕັ້ງ Bamboo Lao ເຊິ່ງເປັນຜູ້ຊ່ຽວຊານທີ່ມີຄວາມຮູ້ ແລະ ປະສົບການໃນການຜະລິດຫຼອດດູດໄມ້ໄຜ່ມາເປັນເວລາຫຼາຍປີ.

ນອກຈາກຈຸດປະສົງເປັນການສ້າງອາຊີບ ແລະ ລາຍໄດ້ໃຫ້ກັບຜູ້ພິການແລ້ວ, ໂຄງການນີ້ ເປັນໂຄງການປຸກລະດົມຄົນລາວໃຫ້ຫຼຸດຜ່ອນ ຫຼື ບໍ່ນຳໃຊ້ຫຼອດດູດປລາສຕິກ ເຊິ່ງເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລ້ວຫັນມາໃຊ້ຫຼອດດູດໄມ້ໄຜ່ ທີ່ຜະລິດແບບທໍາມະຊາດ. ນອກນີ້, ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ສັ່ງຫຼອດດູດໄມ້ໄຜ່ ຈາກສະມາຄົມຫັດຖະກຳຄົນພິການ ແລະ ຊົນເຜົ່າ ຈຳນວນ 2,000 ອັນ ເພື່ອມອບໃຫ້ກັບຮ້ານກາເຟ 10 ຮ້ານ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມອີກດ້ວຍ.

ໃນຕອນເຊົ້າມື້ນີ້ ພະນັກງານບໍລິສັດລາວ ຊໍາຊຸງ ອີເລັກໂທຣນິກ ຈໍາກັດຜູ້ດຽວຈໍານວນ 22 ຄົນ ເຊິ່ງນໍາພາໂດຍ ຜູ້ບໍລິຫານ ທ່ານ ຊືງໂຮ ຊອຍ (Seungho Choi, Managing Director), ໄດ້ພ້ອມໃຈລົງພື້ນທີ່ເຮັດວຽກອາສາຮ່ວມກັບຜູ້ພິການ ເພື່ອຜະລິດ ກະເປົາເຈ້ຍ, ຂອບຮູບ ທີ່ເຮັດມາຈາກໜັງສືພິມ ແລະ ວາລະສານ, ຕຸ້ມຫູ ແລະ ຫຼອດດູດໄມ້ໄຜ່ ເຊິ່ງເປັນສິນຄ້າຫຼັກຂອງສະມາຄົມຫັດຖະກຳຄົນພິການ ແລະ ຊົນເຜົ່າ ທີ່ສົ່ງອອກຂາຍສູ່ຕະຫຼາດ.

ນອກຈາກວຽກງານອາສາທີ່ພະນັກງານຊໍາຊຸງ ໄດ້ເຮັດແລ້ວ ທັງສອງຝ່າຍຍັງໄດ້ຮຽນຮູ້ເຊິ່ງກັນ ແລະ ກັນ ບໍ່ວ່າຈະເປັນເລື່ອງການດໍາລົງຊີວິດຂອງແຕ່ລະຄົນ, ອຸປະສັກ ແລະ ແຮງບັນດານໃຈການພັດທະນາສິນຄ້າຫັດຖະກໍາຂອງເຂົາເຈົ້າ.#SamsungLoveAndCare

https://www.facebook.com/SamsungMobileLaos/posts/2288721238080788

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...