spot_img
Homeຂ່າວຕ່າງປະເທດເກີດຫຍັງຂຶ້ນ ເບຍທົ່ວໂລກຈິ່ງຫຼຸດລົງ

ເກີດຫຍັງຂຶ້ນ ເບຍທົ່ວໂລກຈິ່ງຫຼຸດລົງ

Published on

ນັກວິທະຍາສາດຈາກອັງກິດ ໃຫ້ຮູ້ວ່າ: ເນື່ອງຈາກໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ອຸນຫະພູມໂລກທີ່ກຳລັງເພີ່ມຂຶ້ນ ເຮັດໃຫ້ມີຜົນກະທົບໃນການຜະລິດເຂົ້າບາເລ່ຫຼາຍຂົງເຂດທົ່ວໂລກ ເຊິ່ງເປັນວັດຖຸດິບສຳຄັນໃນການຜະລິດເບຍ ເຊິ່ງເປັນເຄື່ອງດື່ມຍອດນິຍົມຂອງຄົນທົ່ວໂລກ, ຜົນຜະລິດຂອງເຂົ້າບາເລ່ທີ່ຫຼຸດລົງອາດສົ່ງຜົນກະທົບຕໍ່ການຜະລິດເບຍໄດ້.

ຕໍ່ກັບບັນຫາດັ່ງກ່າວ, ອາດເຮັດໃຫ້ປະລິມານບໍລິໂພກເບຍທົ່ວໂລກຕ້ອງຫຼຸດລົງເຖິງ 16% ຫຼື ປະມານ 29 ຕື້ລິດ ເຊິ່ງຖືເປັນຂ່າວທີ່ກະທົບຕໍ່ພາກສ່ວນອຸດສາຫະກຳການຜະລິດເບຍທົ່ວໂລກ, ໃນກ່ອນໜ້ານີ້ໄດ້ຄາດຄະເນວ່າອຸດສາຫະກຳດັ່ງກ່າວ ກຳລັງຈະມີມູນຄ່າເພີ່ມຂຶ້ນເປັນ 7,5 ຮ້ອຍຕື້ໂດລາສະຫະລັດ ພາຍໃນ 2022.

ສຳລັບ ສປ ຈີນ ເປັນປະເທດທີ່ມີການບໍລິໂພກເບຍຫຼາຍທີ່ສຸດໃນໂລກ. ຈາກບັນຫາດັ່ງກ່າວ, ປະລິມານບໍລິໂພກເບຍຫຼຸດລົງປະມານ 10% ຫຼື ເທົ່າກັບເບຍກວ່າ 12 ຕື້ປ໋ອງ ສູນເສຍໄປຈາກຕະຫຼາດ. ສ່ວນໃນອາເມລິກາປະລິມານການບໍລິໂພກອາດຈະຖືກຈຳກັດໃຫ້ຫຼຸດລົງຕໍ່າສຸດເຖິງ 20% ຫຼື ເກືອບ 10 ຕື້ປ໋ອງ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍມູນຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...