Homeຂ່າວທ້ອງຖິ່ນຂໍທານເດັກນ້ອຍໃນເຂດຕົວເມືອງ! ປະກົດການຫຍໍ້ທໍ້ໃນສັງຄົມທີ່ຄວນແກ້ໄຂດ່ວນ

ຂໍທານເດັກນ້ອຍໃນເຂດຕົວເມືອງ! ປະກົດການຫຍໍ້ທໍ້ໃນສັງຄົມທີ່ຄວນແກ້ໄຂດ່ວນ

Published on

ປະກົດການຄົນຂໍທານໃນຕົວເມືອງນະຄອນຫຼວງວຽງຈັນປັດຈຸບັນແມ່ນພົບເຫັນຫຼາຍຂຶ້ນ ໂດຍສະເພາະຢູ່ເຂດຊຸມຊົນ ຫຼື ເຂດແຫຼ່ງທ່ອງທ່ຽວ ສະພາບ​ດັ່ງກ່າວ ​ເຫັນ​ວ່ານັບ​ມື້​ແຜ່​ຫຼາຍ​ ແລະ ​ໄດ້​ສ້າງ​ພາບ​ພົດ​ບໍ່​ຈົບງາມ​ໃຫ້​ແກ່​ຕົວ​ເມືອງ ​ແລະ ພວມ​ກາຍ​ເປັນ​ບັນຫາ​ແກ້​ໄຂ​ຍາກ; ເຊິ່ງຂໍທານເຫຼົ່ານີ້ແມ່ນສ່ວນຫຼາຍມາຈາກຕ່າງແຂວງ ເຊິ່ງ​ເລີ່​ມ​ແຕ່​ເດັກນ້ອຍຍິງ–ຊາຍ​ໄປ​ເຖິງ​ຄົນ​ເຖົ້າ​ແກ່​ຊະລາ, ຄົນພິການ, ບາງ​ກໍລະນີ​ກໍ​ພາກັນ​ມາ​ເປັນ​ແບບຄອບຄົວ​.

ໃນໄລຍະທີ່ຜ່ານມີຫາງສຽງຈາກທາງສັງຄົມກ່ຽວກັບຂໍທານເດັກນ້ອຍທີ່ຂໍເງິນບໍ່ໄດ້ແລ້ວຮ້າຍ ຫຼື ເວົ້າຄຳບໍ່ມ່ວນໃສ່ຄົນທີ່ພວກເຂົາໄປຂໍເງິນນຳ ປະກົດການດັ່ງກ່າວແມ່ນພົບເຫັນຫຼາຍໃນເຂດສີຫອມ ໄປຫາ ເຂດສວນເຈົ້າອານຸວົງ. ດັ່ງນັ້ນ, ທາງທີມງານລາວໂພສຈິ່ງໄດ້ລົງພື້ນທີ່ໄປສອບຖາມຄວາມຈິງກ່ຽວກັບເລື່ອງນີ້ນຳພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທີ່ຢູ່ໃນສວນເຈົ້າອານຸວົງ ເຊິ່ງຕາມການບອກເລົ່າຂອງແມ່ຄ້າບໍລິເວນນັ້ນຕ່າງກໍ່ພາກັນໃຫ້ຂໍ້ມູນກັບພວກເຮົາວ່າ

“ໃນໄລຍະຜ່ານມາມີປະກົດການຂໍທານເດັກອອກຂໍທານກັບຄົນທີ່ມາຍ່າງເລາະທີ່ສວນເຈົ້າອານຸວົງ ໂດຍຈະມາເປັນແບບຄອບຄົວພໍ່ແມ່ລູກ, ເດັກນ້ອຍຈະມາຂໍທານໃນຮູບແບບຊູຊີ ຫາກຂໍເງິນບໍ່ໄດ້ກໍ່ຈະຈົ່ມ ຫຼື ເວົ້າໃຫ້ ແລະ ເດັກນ້ອຍບາງກຸ່ມຄົນແມ່ນມາເລາະຂາຍຂະໜົມອົມ ຫຼື ໝາກຝຣັ່ງ ແບບຊູຊີໃຫ້ຄົນຊື້ ໂດຍການເອົາຂະໜົມໄປຍັດໃສ່ຖົງໂສ້ງຂອງເຂົາຈົ້າໂດຍບໍ່ໄດ້ຮັບອະນຸຍາດ ຈາກນັ້ນກໍ່ຖາມເອົາເງິນຄ່າຂະໜົມຈາກຄົນທີ່ຕົນໄປຍັດຂະໜົມໃຫ້ ຫາກຜູ້ນັ້ນປະຕິເສດກໍ່ຈະຖືກເວົ້າໃຫ້ແບບບໍ່ພໍໃຈ ຊໍ້າບໍ່ໜຳພໍ່ແມ່ຂອງເດັກນ້ອຍນັ້ນກໍ່ພາກັນມາປ້ອຍດ່າຄົນທີ່ບໍ່ຍອມຊື້ໝາກຝຣັ່ງ ຫຼື ຂະໜົມຊ່ວຍລູກຂອງພວກເຂົາ”.

ຕໍ່ສະພາບດັ່ງກ່າວພວກເຮົາເຫັນວ່າ ນອກຈາກມັນຈະສ້າງຄວາມລຳຄານແລ້ວ ມັນຍັງສົ່ງຜົນຕໍ່ພາບພົດອັນຈົບງາມຂອງບ້ານເມືອງ ທີ່ສຳຄັນເດັກນ້ອຍຂໍທານກຳລັງເຮັດໃນສິ່ງທີ່ບໍ່ຖືກຕ້ອງໂດຍມີຜູ້ປົກຄອງຄອຍສະໜັບສະໜູນຢູ່ເບື້ອງຫຼັງ ຫາກເລື່ອງນີ້ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ມັນອາດສົ່ງຜົນເສຍໃນອານາຄົດ ເນື່ອງຈາກວ່າເດັກນ້ອຍໃນວັນນີ້ຄືອານາຄົດຂອງຊາດໃນວັນໜ້າ ຫາກມີເດັກນ້ອຍກຸ່ມນີ້ເຕີບໃຫຍ່ໄປຕາມແນວທາງການດຳລົງຊີວິດທີ່ບໍ່ຖືກຕ້ອງ ພວກເຂົາໃຫຍ່ຂຶ້ນມາກໍ່ຈະເປັນຜູ້ໃຫຍ່ທີ່ບໍ່ຮູ້ຈັກຜິດຊອບຊົ່ວດີ ພວກເຂົາຈະກາຍເປັນຄົນຂີ້ຄ້ານ ຕິດນິໄສຂໍຢ່າງດຽວ ເມື່ອຂໍບໍ່ໄດ້ກໍ່ຈະກາຍເປັນຂີ້ລັກ ປຸ້ນຈີ້ ເຊິ່ງມັນຈະສ້າງຄວາມວຸ້ນວາຍໃຫ້ສັງຄົມ.

 

 

 

 

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...