spot_img
Homeຂ່າວຕ່າງປະເທດພຽງເຄິ່ງປີ ຈີນກາຍເປັນປະເທດທີ່ມີການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ

ພຽງເຄິ່ງປີ ຈີນກາຍເປັນປະເທດທີ່ມີການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ

Published on

ວັນທີ 15 ຕຸລາ 2018 ຜ່ານນີ້, ທີ່ເຊີແນວ ກອງປະຊຸມການຄ້າ ແລະ ການພັດທະນາຂອງອົງການສະຫະປະຊາຊາດ ໄດ້ອອກບົດລາຍງານທ່າອ່ຽງການລົງທຶນໃນໂລກ ເຊິ່ງໄດ້ສະແດງໃຫ້ເຫັນວ່າໃນ 6 ເດືອນ ຕົ້ນປີ 2018 ມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດຢູ່ຈີນໄດ້ເພີ່ມຂຶ້ນ 6% ບັນລຸກວ່າ 70 ຕື້ໂດລາສະຫະລັດ ເຮັດໃຫ້ຈີນກາຍເປັນປະເທດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ.

ທ່ານ ເຈມສ໌ ຊັນ ຫົວໜ້າອົງການການລົງທຶນ ແລະ ວິສາຫະກິດຂອງກອງປະຊຸມດັ່ງກ່າວໄດ້ກ່າວວ່າ: “ຈີນໄດ້ອອກແຮງດຶງດູດການລົງທຶນເປີດຕະຫຼາດສູ່ພາຍນອກ ບໍ່ພຽງແຕ່ໃນເຂດທົດລອງການຄ້າເສລີ ທີ່ເຮັດໃຫ້ມູນຄ່າການລົງທຶນຂອງຕ່າງປະເທດເພີ່ມຂຶ້ນເທົ່ານັ້ນ ຍັງດຶງດູດການລົງທຶນຕ່າງປະເທດເຂົ້າສູ່ພາກຕາເວັນຕົກຂອງຈີນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງເປັນເຫດຕົ້ນຕໍທີ່ຈີນກາຍເປັນປະເທດທີ່ມີການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: pixabay.com

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...