spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງເປີດປະຕູດຽວ ເພື່ອບໍລິການເອກະສານວ່ອງໄວຂຶ້ນ

ນະຄອນຫຼວງເປີດປະຕູດຽວ ເພື່ອບໍລິການເອກະສານວ່ອງໄວຂຶ້ນ

Published on

ນະຄອນຫຼວງວຽງຈັນ ເປີດບໍລິການຮັບເອກະສານໂດຍກົງ ບໍ່ຈຳເປັນຕ້ອງຜ່ານຫຼາຍພາກສ່ວນ ພ້ອມມີການກຳນົດໄລຍະເວລາຮັບເອກະສານ 10 ວັນ ຖ້າເກີດມີບັນຫາໃນກໍລະນີເອກະສານບໍ່ຖືກຕ້ອງສາມາດປ່ຽນແປງກັບທີ່ໄດ້ເລີຍ. ວຽກງານດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນສິງຫາ 2018 ເປັນຕົ້ນມາ; ປັດຈຸບັນມີ 600 ກວ່າຄົນທີ່ມາໃຊ້ບໍລິການ. ໃນຕໍ່ໜ້າອາດຈະການສື່ສານຜ່ານສື່ອອນລາຍ ເພື່ອລາຍງານໃຫ້ຮູ້ກ່ຽວກັບການສຳເລັດຂອງເອກະສານ.

ໃນວັນທີ 11 ຕຸລາ 2018, ທ່ານ ນາງ ວຽງຊຳ ວົງສາລີ ຮອງຫົວໜ້າຂະແໜງບໍລິຫານຄຸ້ມຄອງຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໃຫ້ການສຳພາດວ່າ: “ອີງຕາມທິດຊີ້ນຳຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຈາກການຖອດຖອນບົດຮຽນ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການປົກຄອງນະຄອນຫຼວງ ຈິ່ງໄດ້ເປີດວຽກງານປະຕູດຽວ ເພື່ອບໍລິການເອກະສານຂອງປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ວ່ອງໄວຂຶ້ນ ແລະ ມີຄວາມໂປ່ງໃສ. ຫ້ອງວ່າການນະຄອນຫຼວງວຽງຈັນມີ 17 ພາກສ່ວນ ມີພຽງ 4 ພາກສ່ວນໃຫຍ່ທີ່ໄດ້ຕາງໜ້າໃຫ້ພາກສ່ວນດັ່ງກ່າວມາປະຈຳການຄື: ຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ພະແນກກວດກາ, ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພະແນກພາຍໃນ. ສຳລັບການບໍລິການເອກະສານຈາກເມື່ອກ່ອນແມ່ນໄປຍື່ນໃຫ້ແຕ່ລະພາກສ່ວນທີ່ຕົນເອງພົວພັນ ພາຍຫຼັງເປີດປະຕູດຽວເອກະສານຈະມາຍື່ນຢູ່ຂາເຂົ້າຢູ່ຈຸດດຽວ ແລະ ຂອດການແລ່ນເອກະສານທີ່ເຂົ້າມາແລ້ວ ໂດຍກຳນົດ 10 ວັນ. ຈາກນັ້ນ, ຜູ້ຍື່ນສາມາດພົວພັນເອົາເອກະສານຂອງຕົນເອງຢູ່ຂາອອກປະຕູດຽວ. ນອກນີ້, ເວລາປະຊາຊົນມາຍື່ນເອກະສານ ຖ້າກວດເບິ່ງບໍ່ຖືກຕ້ອງຈະມີການປັບປຸງໃຫ້ກັບທີ່ເລີຍ ເພື່ອເຮັດໃຫ້ບໍ່ຕ້ອງເສຍເວລາ ຄືກັບຜ່ານມາຕ້ອງເອົາເອກະສານໄປແປງຢູ່ພະແນກທີ່ກ່ຽວຂ້ອງທີ່ຕ້ອງເສຍເວລາ 2-3 ມື້”.

ຜ່ານການເປີດບໍລິການນັບແຕ່ມື້ເລີ່ມຕົ້ນ ເຖິງປັດຈຸບັນມີ 600 ກວ່າຄົນທີ່ມາໃຊ້ບໍລິການ ແລະ ສ່ວນຫຼາຍທີ່ມີຜູ້ນຳໃຊ້ບໍລິການຫຼາຍກວ່າໝູ່ແມ່ນວຽກພາຍໃນ ເປັນຕົ້ນແມ່ນເອກະສານຂໍແຕ່ງງານ, ວຽກງານພັກຂອງຄະນະຈັດຕັ້ງ ແລະ ອື່ນໆ. ແຕ່ເພື່ອເຮັດໃຫ້ວຽກງານໄປໄດ້ດີຂຶ້ນເລື້ອຍໆ ໃຫ້ກວດກາເອກະສານຂອງຕົນຕື່ມ ເພື່ອໃຫ້ມີຄວາມຖືກຕ້ອງ ທັງນີ້ກໍ່ເພື່ອຄວາມວ່ອງໄວ.

ສຳລັບແຜນຕໍ່ໜ້າຈະນຳໃຊ້ແຜນທັນສະໄໝເຂົ້າຕື່ມອີກຄື: ເວລາເອກະສານສຳເລັດ ຈະແຈ້ງຜູ້ຍື່ນມາເອົາເອກະສານ ດ້ວຍການບອກ ຫຼື ໃຫ້ເຂົາເຈົ້າຖາມທາງວັອດແອບ (Whatsapp), ລາຍ (LINE), ເຟດບຸກ (FACEBOOK) ແລະ ອື່ນໆ ທີ່ເປັນສິ່ງອຳນວນຄວາມສະດວກໃຫ້ແກ່ປະຊາຊົນກໍຄືຜູ້ໃຊ້ບໍລິການ ບໍ່ຕ້ອງຈຳເປັນຕ້ອງທຽວມາຖາມເອກະສານຫຼາຍຄັ້ງ ເຊິ່ງເປັນການເສຍເວລາ ແລະ ສິ້ນເປືອງທາງເສດຖະກິດ.

ວຽກງານປະຕູດຽວ ເປັນວຽກງານອົງການຂອງລັດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດມາຫຼາຍປີ ແລະ ມີຜົນສຳເລັດເປັນກ້າວໆ ການບໍລິການເອກະສານຕ່າງໆໂດຍຜ່ານປະຕູດຽວເຮັດໃຫ້ມີຄວາມສະດວກວ່ອງໄວ ແລະ ມີຄວາມໂປ່ງໃສ. ສຳນັກງານປົກຄອງນະຄອນຫຼວງວຽງຈັນ ເປັນໜຶ່ງໃນບັນດາສຳນັກງານລັດທີ່ໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ເດືອນສິງຫາ 2018 ເປັນຕົ້ນມາ. (ສຳລັບລາຍລະອຽດໃນການແລ່ນເອກະສານປະຕູດຽວ ຂອງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສາມາດຕິດຕໍ່ໄດ້ທີ່ເບີ: 021 260 206).

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: dpt-vc.gov.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...