spot_img
Homeຂ່າວທ້ອງຖິ່ນປກສ ນະຄອນຫຼວງແຈ້ງໃຫ້ເຈົ້າຂອງລົດທີ່ຖືກກັກ ຫຼື ເສຍມາເອົາຄືນພາຍໃນ 30 ວັນ

ປກສ ນະຄອນຫຼວງແຈ້ງໃຫ້ເຈົ້າຂອງລົດທີ່ຖືກກັກ ຫຼື ເສຍມາເອົາຄືນພາຍໃນ 30 ວັນ

Published on

ວັນທີ 18 ຕຸລາ 2018 ຫ້ອງການບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງພໍ່ແມ່ປະຊາຊົນ, ພະນັກງານທະຫານ-ຕຳຫຼວດ ຜູ້ເປັນເຈົ້າຂອງລົດຈັກ ທີ່ຖືກເຈົ້າໜ້າທີ່ ປກສ ກັກລົດ ຫຼື ລົດເສຍ ໃຫ້ມາພົວພັນເອົາຢູ່ ປກສ (ກອງພັນເຄື່ອນທີ່) ໂດຍເລີ່ມວັນທີ 22 ຕຸລາ ຫາ 22 ພະຈິກ 2018 ພຽງແຕ່ 30 ວັນເທົ່ານັ້ນ .

ແຈ້ງການລະບຸໄວ້ວ່າ: “ຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບັນດາພໍ່ແມ່ປະຊາຊົນ, ພະນັກງານທະຫານ-ຕຳຫຼວດ ມາພົວພັນເອົາລົດຈັກທີ່ລະເມີດກົດລະບຽບຈາລະຈອນ ທີ່ຖືກເຈົ້າໜ້າທີ່ກັກໄວ້ຢູ່ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ຖ້າທ່ານໃດຫາກສົງໄສວ່າແມ່ນລົດຂອງຕົນເອງທີ່ເສຍ ຫຼື ຖືກຄົນຮ້າຍລັກໄປ ກໍໃຫ້ມາກວດກາເບິ່ງຕົວຈິງ ໂດຍຕ້ອງໄດ້ເອົາເອກະສານລົດມາເພື່ອຢັ້ງຢືນ, ນັບແຕ່ວັນທີ 22 ຕຸລາ ຫາ 22 ພະຈິກ 2018 (ກຳນົດ 30 ວັນ) ຖ້າວ່າບໍ່ມາພົວພັນເອົາຕາມກຳນົດເວລາ 30 ວັນ ແມ່ນສະຫຼະສິດ ແລະ ຈະຍຶດເປັນຂອງລັດຕາມລະບຽບການ.

ລົດດັ່ງກ່າວ, ທີ່ຢູ່ໃນການຄຸ້ມຄອງເຈົ້າໜ້າທີ່ ມີທັງໝົດ 70 ຄັນ ດັ່ງລາຍການລຸ່ມນີ້:

 

 

 

 

 

 

ຮຽບຣຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຫ້ອງການບັນຊາການ ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...