spot_img
Homeຂ່າວທ້ອງຖິ່ນລາຄາເຂົ້າໃນລາວອາດຈະຕົກຕໍ່າ ຖ້າຍັງມີພໍ່ຄ້າຄົນກາງຈາກຕ່າງປະເທດ

ລາຄາເຂົ້າໃນລາວອາດຈະຕົກຕໍ່າ ຖ້າຍັງມີພໍ່ຄ້າຄົນກາງຈາກຕ່າງປະເທດ

Published on

ຈາກສະພາບການທີ່ພົບເຫັນຢູ່ບັນດາຕົວເມືອງທີ່ຕິດກັບຊາຍແດນໃນປີຜ່ານ ຈະມີພໍ່ຄ້າຄົນກາງຈາກຕ່າງປະເທດເຂົ້າມາເກັບຊື້ເຂົ້າ ນຳຊາວນາຜູ້ເຮັດການຜະລິດເຂົ້າໂດຍພະລາການ ເພື່ອສົ່ງອອກໄປຕ່າງປະເທດ ແລະ ໄດ້ມີການເກງລາຄາເຂົ້າສູງກວ່າລາຄາຊື້-ຂາຍຕົວຈິງ ເຊິ່ງໄດ້ສົ່ງຜົນກະທົບອັນບໍ່ຊອບທຳໃຫ້ແກ່ຫົວໜ່ວຍທຸລະກິດທີ່ໄດ້ເສຍພັນທະໃຫ້ລັດຖະບານເຊັ່ນ: ພັນທະໃຫ້ແກ່ທະຫານ-ຕຳຫຼວດ, ພະນັກງານອົງການຈັດຕັ້ງສາກົນທີ່ເຂົ້າມາຊ່ວຍເຫຼືອເຂດຫ່າງໄກສອກຫຼີກທີ່ຂາດແຄນດ້ານສະບຽງອາຫານ, ເກັບຊື້ເຂົ້າໄວ້ເປັນຄັງແຮງຂອງລັດຖະບານ ແລະ ບັນຫາອື່ນໆ ເຮັດໃຫ້ບໍ່ສາມາດແຂ່ງກັບພໍ່ຄ້າຄົນກາງຈາກຕ່ງປະເທດໄດ້.

ຕໍ່ກັບບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 17 ກັນຍາ 2018, ສະບັບເລກທີ 1265/ອຄ, ກຄພນ ກ່ຽວກັບການສະກັດກັ້ນບັນຫາຊື້-ຊາຍເຂົ້າດັ່ງກ່າວນັ້ນບໍ່ໃຫ້ແຜ່ລາມ ໂດຍມອບໃຫ້ສະເພາະເຈົ້າໜ້າທີ່ການຄ້າ ເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ຕິດຕາມກວດກາຢ່າງເຂັ້ມງວດ; ຫ້າມເດັດຂາດບໍ່ໃຫ້ພໍ່ຄ້າຊາວຕ່າງຊາດເຂົ້າມາເກັບຊື້ເຂົ້າຢູ່ຕ່າງແຂວງ ແລະ ປັ່ນປ່ວນລາຄາເຂົ້າທີ່ບໍ່ມີລະບຽບວິສາຫະກິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

ນອກຈາກນັ້ນ, ຍັງຫ້າມບໍ່ໃຫ້ບໍ່ໃຫ້ບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ໂຮງສີເຂົ້າຕ່າງໆຢູ່ພາຍໃນແຂວງ-ນະຄອນຫຼວງ ເປັນຕົວແທນເກັບຊື້ເຂົ້າໃຫ້ຊາວຕ່າງປະເທດ ໂດຍອາໄສໃບທະບຽບລັດວິສາຫະກິດຂອງຄົນລາວ ຫຼື ເອົາເງິນທຶນໃຫ້ເພື່ອເກັບຊື້ ແລະ ກັກຕຸນສິນຄ້າ, ສ້າງຄວາມປັ່ນປ່ວນທາງດ້ານລາຄາຊື້-ຂາຍເຂົ້າ, ຖ້າພົບເຫັນການກະທຳດັ່ງກ່າວ, ແມ່ນໃຫ້ຢຶດ ຫຼື ອາຍັດ ແລະ ປັບໃໝຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ. ຜູ້ມີສິດເກັບຊື້ເຂົ້າຈາກຊາວນາ ຫຼື ກຸ່ມຊາວນາໄດ້ຕ້ອງເປັນສະມາຄົມ, ກຸ່ມໂຮງສີ ຫຼື ທຸລະກິດຊື້-ຂາຍເຂົ້າທີ່ມີໃບທະບຽບຖືກຕ້ອງເທົ່ານັ້ນ.

ກ່ຽວກັບແຈ້ງການດັ່ງກ່າວ, ທ່ານ ນາງ ຈັນເພັງ ແສງທະວີ ປະທານສະມາຄົມໂຮງສີເຂົ້ານະຄອນຫຼວງວຽງຈັນ ຜູ້ອຳນວຍການບໍລິສັດ ກໍາແພງເພັດ ຈັນສະຫວ່າງສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃຫ້ໄດ້ທັດສະນະຕໍ່ກັບບັນຫາດັ່ງກ່າວວ່າ: “ເຫັນດີທີ່ສຸດທີ່ລັດເບິ່ງເຫັນບັນຫາຄວາມຫຍຸ້ງຍາກ ພ້ອມຫວັງວ່າເຈົ້າໜ້າທີ່ຮັບຜິດຊອບເບື້ອງລຸ່ມຈະຈິງຈັງຕໍ່ຂອດຈັດຕັ້ງປະຕິບັດ, ເຂັ້ມງວດກວດກາ ພ້ອມກັນແກ້ໄຂ ເນື່ອງຈາກຜ່ານທາງສະມາຊິກສະມາຄົມ ແມ່ນໄດ້ຮັບຜົນກະທົບໂດຍກົງ ຈາກການເຄື່ອນໄຫວດັ່ງກ່າວຂອງພໍ່ຄ້າເຂົ້າເຖື່ອນຕ່າງຊາດ”.

ໃນນາມຊາວບ້ານກໍຄືສະມາຄົມໂຮງສີເຂົ້າ ຂໍຮຽກຮ້ອງຕື່ມອີກວ່າ: “ໃຫ້ພາກສ່ວນລັດກວດກາຄືນເຂົ້າຈາກຕ່າງປະເທດໃກ້ຄຽງທີ່ມີການນຳເຂົ້າມາວາງຈຳໜ່າຍຕາມທ້ອງຕະຫຼາດຈຳນວນຫຼວງຫຼາຍ ໂດຍສະເພາະ ນະຄອນຫຼວງວຽງຈັນ ອາດມີຜົນກະທົບຕໍ່ລາຄາເຂົ້າໃນປີນີ້ໃຫ້ຕົກຕໍ່າລົງ ລວມເຖິງຜົນກະທົບຕໍ່ຫົວໜ່ວຍທຸລກິດເກັບຊື້ເຂົ້າ ແລະ ຊາວນາ ທັງນີ້ສະມາຄົມຢືນຢັນວ່າເຂົ້າໃນສາງແມ່ນມີພຽງພໍກັບຄວາມຕ້ອງການບໍລິໂພກຢ່າງແນ່ນອນ”.

ນອກຈາກນັ້ນ, ທ່ານໄດ້ກ່າວອີກຕື່ມວ່າ: “ສຳລັບ ບໍລິສັດ ກຳແພງເພັດ ແຈ້ງສະຫວ່າງສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃນລະດູຝົນປີນີ້ ແມ່ນໄດ້ປູກເຂົ້າດ້ວຍເຄື່ອງຈັກທີ່ທັນສະໄໝ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດຢູ່ 2 ເມືອງຄື: ເມືອງປາກງື່ມ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລວມເນື້ອທີ່ 2 ຮ້ອຍກວ່າເຮັກຕາ; ນອກຈາກນັ້ນ, ຍັງມີການສົ່ງເສີມຊາວນາ ໃນ 2 ເມືອງດັ່ງກ່າວເພື່ອປູກເຂົ້າປ້ອນໃຫ້ໂຮງສີເຂົ້າຂອງບໍລິສັດຕື່ມອີກ ນັບຮ້ອຍຄອບຄົວ”.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບ: simarsn.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...