spot_img
Homeຂ່າວທ້ອງຖິ່ນແຈ້ງການປິດ 2 ເສັ້ນທາງ ເລີ່ມວັນທີ 22 ຕຸລາ 2018 ເປັນຕົ້ນໄປ

ແຈ້ງການປິດ 2 ເສັ້ນທາງ ເລີ່ມວັນທີ 22 ຕຸລາ 2018 ເປັນຕົ້ນໄປ

Published on

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ອອກແຈ້ງການກ່ຽວກັບການປິດເສັ້ນທາງການສັນຈອນ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018, ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຄື: ຖະໜົນດອນຈັນ (ແຄມຂອງ) ແຕ່ສາມແຍກປາກປ່າສັກ ຫາ ອານຸສາວະລີເຈົ້າອານຸວົງ ແລະ ຖະໜົນເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ຫາ ຫໍພະແກ້ວ ເລີ່ມປິດແຕ່ວັນທີ 22-27 ຕຸລາ 2018.

ເພື່ອເຮັດໃຫ້ການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2018, ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດຳເນີນໄປໃນບັນຍາກາດແຫ່ງຄວາມສະຫງົບ, ປອດໄພຮອບດ້ານ ພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ແຈ້ງການມາຍັງບັນດາບໍລິສັດ, ລັດວິສາຫາກິດ, ຫ້າງຮ້ານ, ພະນັກງານ, ທະຫານ-ຕຳຫຼວດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ນຳໃຊ້ລົດໃຊ້ຖະໜົນ ໃນນະຄອນຫຼວງວຽງຈັນຮັບຊາບວ່າ: “ເລີ່ມແຕ່ວັນທີ 22-27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນພາຫະະນະທຸກປະເພດຊົ່ວຄາວ ເປັນບາງເວລາຕາມຖະໜົນດັ່ງນີ້: ຖະໜົນດອນຈັນ (ແຄມຂອງ) ແຕ່ສາມາແຍກປາກປ່າສັກ ຫາ ອານຸສາວະລີເຈົ້າອານຸວົງ; ຖະໜົນເຈົ້າຟ້າງຸ່ມ ແຕ່ສາມາແຍກປາກປ່າສັກ ຫາ ຫໍພະແກ້ວ). ໃຫ້ນັກຂັບຂີ່ພາຫະນັກທຸກປະເພດປະຕິບັດຕາມສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ປະຈຳຢູ່ແຕ່ລະຈຸດຈາມເສັ້ນທາງ”. ພ້ອມກັນນັ້ນ, ຍັງໄດ້ມອບໃຫ້ຂະແໜງຄຸ້ມຄອງການຂົນສົ່ງພະແນກ ຍທຂ ນວ, ເຈົ້າໜ້າທີ່ຕຳຫຼວດຈາລາຈອນ ທຸກພາກສ່ວນເອົາໃສຈໃສ່ປະຕິບັດຢ່າງເຂັ້ມງວດ.

ແຈ້ງການດັ່ງກ່າວ, ໄດ້ອີງຕາມກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບເລກທີ 23/ຫສຊ, ລົງວັນທີ 12 ທັນວາ 2012; ອິງໃສ່ກອງປະຊຸມປຶກສາຫາລືຂອງຄະນະປະຈຳພັກ ຄັ້ງວັນທີ 28 ກັນຍາ 2018; ອີງໃສ່ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບ ຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2018 ສະບັບເລກທີ 1916/ຈມ.ຈລ, ລົງວັນທີ 2 ຕຸລາ2018.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...