spot_img
Homeຂ່າວທ້ອງຖິ່ນ14 ຂໍ້ຫ້າມ ໃນບຸນອອກພັນສາ ແລະ ບຸນຊ່ວງເຮືອທ່າວັດຈັນ

14 ຂໍ້ຫ້າມ ໃນບຸນອອກພັນສາ ແລະ ບຸນຊ່ວງເຮືອທ່າວັດຈັນ

Published on

ພາຍຫຼັງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃນວັນທີ 15 ຕຸລາ 2018 ກ່ຽວກັບ ການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ ພ.ສ 2561. ໃນວັນທີ 16 ຕຸລາ 2018, ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານດັ່ງກ່າວ ກໍໄດ້ອອກ 14 ຂໍ້ຫ້າມ ໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີ 2018 ພ້ອມທັງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງ ລວມເຖິງພໍ່ແມ່ປະຊາຊົນບັນດາເຜົ່າທົ່ວ ນະຄອນຫຼວງວຽງຈັນ ໃຫ້ເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນຄັ້ງນີ້.

ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ  ແລະ ຊ່ວງເຮືອປະເພນີ 2018 ທີ່ທ່າວັດຈັນ  ໄດ້ຖະແຫຼ່ງຂ່າວທີ່ປົກຄອງເມືອງຈັນທະບູລີ ວ່າ:  ເພື່ອປົກປັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາກໍຄື ນະຄອນຫຼວງວຽງຈັນ ທັງເປັນການຮັບປະກັນງານບຸນໃຫ້ມີຄວາມຟົດຟື້ນເບີກບານມ່ວນຊື່ນ ໃນການແຂ່ງຂັນຊ່ວງເຮືອປະເພດຕ່າງໆ ແລະ ຮັບປະກັນຄວາມສະຫງົບປອດໄພຮອບດ້ານໃຫ້ໄດ້ 100%, ຄະນະຮັບຜິດຊອບຈັດງານ ຈຶ່ງໄດ້ອອກ 14 ຂໍ້ຫ້າມ ເຊັ່ນ:  

  1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ  ສປປ ລາວ
  2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ  ລວມທັງພ້າ, ມີດ, ສະໜັບມື ແລະ ເຄື່ອງຂອງປະເພດມີຄົມຕ່າງໆ ເຂົ້າໄປໃນບໍລິເວນງານຢ່າງເດັດຂາດ ເວັ້ນແຕ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່
  3. ຫ້າມນໍາເອົາຢາເສບຕິດ ທາດເບື່ອສານເຄມີ ທີ່ອອກລິດທາງປະສາດທຸກຊະນິດ
  4. ບໍ່ໃຫ້ເອົາສິ່ງທີ່ເກີດສຽງດັງເກີນຂອບເຂດເປັນຕົ້ນແມ່ນ ບັ້ງກະໂພກເຂົ້າມາຈູດ ແລະ ຫ້າມວາງຂາຍພາຍໃນງານຢ່າງເດັດຂາດ
  5. ຫ້າມນໍາເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວມາຂາຍ-ຈໍາໜ່າຍໃນງານຢ່າງເດັດຂາດ (ໂດຍສະເພາະສິ້ນຈີນ)
  6. ຫ້າມຂາຍເຄື່ອງ ແລະ ນໍາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນໜ້າຮ້ານເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໃຫ້
  7. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີ (CD ແລະ DVD) ລາມົກ ແລະ ຮູບພາບລາມົກຕ່າງໆ  ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ
  8. ຫ້າມຫຼີ້ນການພະນັກທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ
  9. ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານຕະຫຼາດນັດງານບຸນຄັ້ງນີ້.
  10. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ
  11. ຫ້າມບຸກຄົນ-ນິຕິບຸກຄົນ ສໍານັກງານອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າຂອງຄະນະກໍາມະການຈັດງານຕະຫຼາດນັດ
  12. ຫ້າມຕອກເຫຼັກ ຫຼື ຕິດຕັ້ງສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ
  13. ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ໃນງານບຸນ; ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ
  14. ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ  ແລະ ບໍ່ໃຫ້ມີມິນິຄອນເສີດ. 

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ-ຕໍາຫລວດ, ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ 2018 ທີ່ທ່າວັດຈັນ  ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຊ່ວຍກັນຮັກສາອະນາໄມຄວາມສະອາດ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: http://kpl.gov.la

ຮູບພາບຈາກ: www.pinterest.com

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...