spot_img
Homeຂ່າວຕ່າງປະເທດສາວແອ ອິນເດຍ ຕົກເຮືອບິນ ບາດເຈັບສາຫັດ ຂະນະທີ່ພະຍາຍາມປິດປະຕູ

ສາວແອ ອິນເດຍ ຕົກເຮືອບິນ ບາດເຈັບສາຫັດ ຂະນະທີ່ພະຍາຍາມປິດປະຕູ

Published on

ສຳນັກຂ່າວບີບີຊີ ລາຍງານວັນທີ 16 ຕຸລາ 2018 ວ່າ: “ເກີດເຫດລະທຶກ ສາວແອ​ (Air Hostess) ສາຍການບິນ ແອ ອິນເດຍ (Air India)  ຕົກລົງຈາກເຮືອບິນໂດຍສານໂບອິ້ງ 777 ໃນເວລາທີ່ກຳລັງຈອດຢູ່ ເພື່ອກຽມຈະອອກເດີນທາງຈາກສະໜາມບິນນາໆຊາດມຸມໄບ ໄປຫາກຸງນິວເດລີ ປະເທດອິນເດຍ ໃນຕອນເຊົ້າວັນຈັນທີ 15 ຕຸລາ 2018 ຜ່ານມາ ເຮັດໃຫ້ສາວແອຄົນດັ່ງກ່າວ, ໄດ້ຮັບບາດເຈັບຫຼາຍບ່ອນ ແລະ ຂາຫັກ, ປັດຈຸບັນແມ່ນໄດ້ຮັກສາຕົວຢູ່ໂຮງໝໍ.

ຂ່າວໄດ້ລາຍງານວ່າ: ສາວແອຜູ້ຖືກເຄາະຮ້າຍ ຊື່ ອາຣ໌ຊາ ໂລໂບ ອາຍຸ 52 ປີ ເກີດອຸບັດຕິເຫດໃນເວລາທີ່ກຳລັງພະຍາຍາມປິດປະຕູເຮືອບິນ ໂດຍເປັນສາຍການແອ ອິນເດຍ (Air India) ເຊິ່ງເປັນສາຍການບິນປະຈຳຊາດຂອງປະເທດອິນເດຍ ແລະ ອອກຖະແຫຼງການວ່າ: “ທາງສາຍການບິນກຳລັງສືບສວນອຸປະຕິເຫດທີ່ເກີດຂຶ້ນໃນເຄື່ອງ ແລະ ເປັນເຫດການໂຊກບໍ່ດີອັນໜື່ງ ເຮັດໃຫ້ລູກເຮືອຂອງພວກເຮົາ ອາຣຊາ ໂລໂບ ໄດ້ຕົກຈາກເຮືອບີນໂບອິ້ງ 777 ໃນເວລາກຳລັງອັດປະຕູເຮືອບິນ”.

ບິບິຊີ ໄດ້ເຜີຍອີກວ່າ: “ພາຍຫຼັງສາວແອ ປະສົບກັບອຸບັດຕິເຫດ ມີທີມແພດມາທີ່ສະໜາມບິນມຸມໄບ ໄດ້ກວດອາການບາດເຈັບໃນເບື້ອງຕົ້ນກ່ອນຈະນຳສົ່ງໂຮງໝໍ; ທັງນີ້, ເຮື່ອບິນໂດຍສານ ແອ ອິນເດຍ (Air India) ທີ່ເກີດເຫດເປັນຖ້ຽວບິນ AI864, ຕາມກຳນົດເວລາປົກກະຕິ ຖ້ຽວບິນຈະອອກຈາກສະໜາມບິນມຸມໄບ ເວລາ 7:00 ໂມງ ແຕ່ເກີດອຸບັດຕິເຫດດັ່ງກ່າວ, ເຮັດໃຫ້ຕ້ອງເລື່ອນເວລາອອກໄປເປັນ 8:00 ໂມງ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: .thairath.co.th

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...