spot_img
Homeຂ່າວທ້ອງຖິ່ນປະກາດນຳໃຊ້ມາດຕະຖານແຫ່ງຊາດ 441 ມາດຕະຖານ

ປະກາດນຳໃຊ້ມາດຕະຖານແຫ່ງຊາດ 441 ມາດຕະຖານ

Published on

ປັດຈຸບັນ, ສປປ ລາວ ມີມາດຕະຖານແຫ່ງຊາດ ທີ່ປະກາດໃຊ້ຢ່າງເປັນທາງການລວມທັງໝົດ 441 ມາດຕະຖານ ໂດຍໄດ້ຮັບການອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ ຈຳນວນ 30 ຜະລິດຕະພັນ, ມີບັນດາຂະແໜງການ, ບໍລິສັດທີ່ໄດ້ຮັບການຢັ້ງຢືນລະບົບມາດຕະຖານສາກົນ ISO/IEC ຈຳນວນ 25 ບໍລິສັດ.

ທ່ານ ບໍ່ວຽງຄຳ  ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ໃນວັນທີ 15 ຕຸລາ 2018 ວ່າ: ປັດຈຸບັນ, ມີມາດຕະຖານແຫ່ງຊາດລາວ ທີ່ປະກາດໃຊ້ຢ່າງເປັນທາງການລວມທັງໝົດ 441 ມາດຕະຖານ, ໄດ້ຮັບການອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ ຈຳນວນ 30 ຜະລິດຕະພັນ, ມີບັນດາຂະແໜງການ, ບໍລິສັດທີ່ໄດ້ຮັບການຢັ້ງຢືນລະບົບມາດຕະຖານສາກົນ ISO/IEC ຈຳນວນ 25 ບໍລິສັດ, ສ້າງລະບົບການເຮັດວຽກງານກວດກາ ແລະ ການຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າ ເປັນຕົ້ນໄດ້ສ້າງຕັ້ງໜ່ວຍງານກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ອາຍແກັດຢູ່ຕາມແຕ່ລະດ່ານຊາຍແດນສາກົນ ໄດ້ທັງໝົດ 17 ດ່ານໃນຂອບເຂດທົ່ວປະເທດ ທັງເປັນການຕອບສະໜອງນະໂຍບາຍຂອງລັດຖະບານໃນການຄຸ້ມຄອງຄຸນນະພາບຂອງສິນຄ້າ, ອຸດຕັນການຮົ່ວໄຫຼໃນການເກັບລາຍຮັບເຂົ້າງົບປະມານ. ພ້ອມກັນນັ້ນ, ໄດ້ສົ່ງບັນດາຄະນະກຳມະການເຕັກນິກຂອງອົງການມາດຕະຖານໃນ 5 ຂົງເຂດຄື: ຂົງເຂດໜ່ວຍງານເຫຼັກ, ໜ່ວຍງານເຟີນີເຈີ, ໜ່ວຍງານໄມ້, ໜ່ວຍງານບໍລິຫານຈັດການຄຸ້ມຄອງລະບົບ (ISO 9001) ແລະ ໜ່ວຍງານບໍລິຫານຈັດການຄຸ້ມຄອງດ້ານສິ່ງແວດລ້ອມ (ISO 14001).

ອົງການມາດຕະຖານໂລກສ້າງຕັ້ງຂຶ້ນໃນປີ 1947 ແລະ ສປປ ລາວ ໄດ້ເຂົ້າເປັນສະມາຊີກສົມບູນຂອງອົງການມາດຕະຖານສາກົນເດືອນມັງກອນ 2017 ເປັນຕົ້ນມາ. ວຽກງານມາດຕະຖານຂອງ ສປປ ລາວ ຢູ່ໃນຄວາມຮັບຜິດຊອບຂອງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນປີຜ່ານມາ, ກົມດັ່ງກ່າວໄດ້ສ້າງຕັ້ງ ແລະ ປັບປຸງບັນດາກົດໝາຍ, ດຳລັດ, ຂໍ້ຕົກລົງ ແລະ ມາດຕະຖານແຫ່ງຊາດ ສຳລັບບັນດາຜະລິດຕະພັນ ແລະ ສິນຄ້າຕ່າງໆ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງອົງກອນ ການຄ້າໂລກ ເຊັ່ນ: ກົດໝາຍວ່າດ້ວຍມາດຕະຖານແຫ່ງຊາດ, ກົດໝາຍວ່າດ້ວຍການວັດແທກ, ບັນດານິຕິກຳວ່າດ້ວຍການຂຶ້ນທະບຽນຜະລິດຕະພັນ ແລະ ສິນຄ້າ, ການນຳໃຊ້ກົດໝາຍມາດຕະຖານຜະລິດຕະພັນ ແລະ ສິນຄ້າ, ການກວດສອບຜະລິດຕະພັນ ແລະ ສິນຄ້າ, ການໃຫ້ລາງວັນຄຸນນະພາບ, ການຈັດຕັ້ງ ແລະ ເຄື່ອນໄຫວຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກ, ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ-ເອເລັກໂຕນິກ ແລະ ອື່ນໆ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າ-ສົ່ງອອກຜະລິດຕະພັນສິນຄ້າ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໝັງສືພິມປະຊາຊົນ

ຮູບພາບຈາກ: www.brownstoner.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...