spot_img
Homeຂ່າວທ້ອງຖິ່ນແຮງງານລາວຫຼາຍກວ່າ 7 ພັນຄົນ ຍັງມີຄວາມສ່ຽງຕໍ່ການຄ້າມະນຸດ

ແຮງງານລາວຫຼາຍກວ່າ 7 ພັນຄົນ ຍັງມີຄວາມສ່ຽງຕໍ່ການຄ້າມະນຸດ

Published on

ປັດຈຸບັນ, ການຄ້າມະນຸດໃນຂອບເຂດທົ່ວປະເທດ ຍັງສືບຕໍ່ເກີດຂຶ້ນດ້ວຍຫຼາຍຮູບການ ເປັນຕົ້ນແມ່ນການຕົວະຍົວະຫຼອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ເສີບອາຫານ ແລະ ເອົາແມ່ຍິງໄປແຕ່ງດອງກັບຕ່າງປະເທດ ເຊິ່ງມີຫຼາຍໃນ 5 ແຂວງຄື: ແຂວງຫົວພັນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ຊຽງຂວາງ.

ໃນວັນທີ 15 ຕຸລາ 2018, ທ່ານ ພັທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດທົ່ວປະເທດ ປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019 ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ວ່າ: ການຄ້າມະນຸດ ເປັນບັນຫາໜຶ່ງທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນສັງຄົມດ້ວຍຫຼາຍຮູບການ ເປັນຕົ້ນແມ່ນການເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດທີ່ໂດຍບໍ່ຖືກຕ້ອງຕາມລະບຽບ-ກົດໝາຍ ເຊິ່ງໃຊ້ຮູບການໝັ້ນໝາຍ ຕົກລົງເລື່ອງຄ່າດອງແລ້ວກໍແລ່ນເອກະສານເດີນທາງໄປຕ່ງປະເທດເລີຍ. ປັດຈຸບັນ, ແມ່ຍິງລາວຖືກຕົວະຍົວະໃຫ້ເດີນທາງໄປ ສປ ຈີນ ປະມານ 3.000 ຄົນ (ຕົວເລກທີ່ຍັງບໍ່ເປັນທາງການ) ເຊິ່ງແມ່ຍິງລາວທີ່ຖືກເຄາະຮ້າຍບາງສ່ວນໄດ້ໂທລະສັບ ແລະ ວີແຊັດມາທາງຫ້ອງການກົງສູນລາວ ທີ່ປະຈຳຢູ່ຊຽງຮຸ່ງ ເພື່ອຂໍຄວາມຊ່ວຍເຫຼືອ ແລະ ໄດ້ສົ່ງກັບ ສປປ ລາວ ປະມານ 600 ກວ່າຄົນ. ນອກຈາກນັ້ນ, ກົງສູນໃຫຍ່ຂອງ ສປປ ລາວ ທີ່ປະຈຳຢູ່ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ໄດ້ສົ່ງກັບຄືນ ສປປ ລາວ ຈຳນວນ 150 ກວ່າຄົນ, ຜູ້ຖືກເຄາະຮ້າຍສ່ວນຫຼາຍແມ່ນຖືກຕົວະໄປແຕ່ງງານກັບຄົນຈີນ, ໄປຢ້ຽມຢາມຄອບຄົວຝ່າຍຊາຍກ່ອນແຕ່ງງານ, ໄປທ່ຽວ ແລະ ໄປເຮັດວຽກ.

ພ້ອມນັ້ນ, ຍັງມີແຮງງານລາວໄປເຮັດວຽກຢູ່ປະເທດໄທ ເຊິ່ງມີຄວາມສ່ຽງຕໍ່ບັນຫາການຄ້າມະນຸດ ຈຳນວນ 7.767 ຄົນ, ຍິງ 4.036 ຄົນ, ເສັ້ນທາງໃນການຄ້າມະນຸດແມ່ນຢູ່ຕາມບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ເຊັ່ນ: ສປ ຈີນ, ໄທ. ນອກນັ້ນ, ພຶດຕິກຳທີ່ມີຄວາມສ່ຽງຕໍ່ການຄ້າມະນຸດ ແມ່ນການຄ້າໂສເພນີ ຍັງສືບຕໍ່ເກີດຂຶ້ນຢູ່ຕາມຮ້ານອາຫານ, ຮ້ານບັນເທິງ, ໂຮງແຮມ, ເຮືອນພັກ ເຊິ່ງປັດຈຸບັນແມ່ນໄດ້ແຜ່ລາມໄປຢ່າງກວ້າງຂວາງໃນທົ່ວປະເທດ.

ອີງຕາມຕົວເລກທີ່ສົ່ງກັບຈາກ ສປ ຈີນ ຂອງຜູ້ຖືກເຄາະຮ້າຍຈາກບັນຫາການແຕ່ງດອງແອບແຝງກັບຄົນຈີນຫຼາຍກວ່າໝູ່ຄື ແຂວງຫົວພັນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ, ຄົນລາວໄປເປັນແຮງງານຢູ່ປະເທດໄທທີ່ສົ່ງກັບປະເທດເປັນທາງການຈາກປະເທດໄທ ໃນ 6 ເດືອນ ຕົ້ນປີ 2018 ຫຼາຍກວ່າໝູ່ແມ່ນແຂວງບໍ່ແກ້ວ, ບໍລິຄຳໄຊ ແລະ ຊຽງຂວາງ, ສົ່ງກັບປະເທດທີ່ບໍ່ເປັນທາງການຈາກປະເທດໄທໃນຂອບເຂດທົ່ວປະເທດ ຈຳນວນ 68 ຄົນ, ຍິງ 57 ຄົນ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ

ຮູບພາບຈາກ::thediplomat.com/2014/11/sex-trafficking-and-chinas-one-child-policy/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...