Homeຂ່າວຕ່າງປະເທດມຽນມາເດີນຂະບວນປະທ້ວງ ຫ້າມຕ່າງຊາດເຂົ້າແຊກແຊງກິດຈະການພາຍໃນ

ມຽນມາເດີນຂະບວນປະທ້ວງ ຫ້າມຕ່າງຊາດເຂົ້າແຊກແຊງກິດຈະການພາຍໃນ

Published on

ລາຍງານສະຫຼຸບຂອງຄະນະກຳມະການກວດສອບຂໍ້ເທັດຈິງຂອງອົງການສະຫະປະຊາຊາດ ເມື່ອເດືອນທີ່ຜ່ານລະບຸວ່າ ກອງທັບມຽນມາໄດ້ສັງຫານປະຊາຊົນຊາວມຸສລິມໂຣຮິນຢາ “ຢ່າງເປັນລະບົບ” ຫຼາຍພັນຄົນ ລວມທັງເຜົາທຳລາຍໝູ່ບ້ານຊາວໂຣຮິນຢາຫຼາຍຮ້ອຍຈຸດ ແລະ ກ່ຽວພັນກັບການລ້າງເຜົ່າພັນ ແລະ ຂົ່ມຂືນແມ່ຍິງຈຳນວນຫຼາຍ ລາຍງານໄດ້ຮຽກຮ້ອງໃຫ້ດຳເນີນຄະດີກັບນາຍທະຫານລະດັບນາຍພົນຫຼາຍຄົນຂອງກອງທັບມຽນມາ ໃນຂໍ້ຫາລ້າງເຜົ່າພັນ.

ສຳນັກຂ່າວເອພີລາຍງານຈາກນະຄອນຢາງກຸ້ງ ປະເທດມຽນມາ ເມື່ອວັນທີ 14 ຕຸລາ 2018 ມີຜູ້ເຂົ້າຮ່ວມເດີນຂະບວນໃນເມືອງຢາງກຸ້ງ ຖືທຸງຊາດ ແລະ ທຸງກອງທັບມຽນມາ ຮວມທັງຮູບ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດ ພ້ອມກັບຮ້ອງດ່າຄວາມກ່ຽວພັນຂອງປະຊາຄົມນານາຊາດໃນມຽນມາ ຂະນະທີ່ແກນນຳການປະທ້ວງປະກາດຈະ “ສູ້ກັບ” ຫຼາຍອົງກອນລະຫວ່າງປະເທດ ທີ່ຮຽກຮ້ອງໃຫ້ມີການສອບສວນ ແລະ ດຳເນີນຄະດີເອົາຜິດກັບນາຍທະຫານລະດັບສູງຫຼາຍຄົນຂອງກອງທັບມຽນມາ.

ພຣະວີຣະທູ ພຣະສົງແກນນຳກຸ່ມຊາດນິຍົມ ແລະ ຂະບວນການຕໍ່ຕ້ານຊາວມຸສລິມໃນມຽນມາ ຂຶ້ນກ່າວຄຳປາໄສເທິງເວທີ ໂດຍໄດ້ຮຽກຮ້ອງຕໍ່ປະຊາຄົມໂລກ ໃຫ້ຢຸດຕິການຫຍຸ້ງກ່ຽວແຊກແຊງກິດຈະການພາຍໃນຂອງມຽນມາ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...