spot_img
Homeຂ່າວທ້ອງຖິ່ນເປີດນຳໃຊ້ລະບົບຄຸ້ມຄອງຜູ້ເສຍອາກອນ ໃນເດືອນ ຕຸລາ ນີ້

ເປີດນຳໃຊ້ລະບົບຄຸ້ມຄອງຜູ້ເສຍອາກອນ ໃນເດືອນ ຕຸລາ ນີ້

Published on

ກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ ແລະ ຜົນການພັດທະນາລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ ຂຶ້ນໃນວັນທີ 11 ຕຸລາ 2018 ເພື່ອສະຫຼຸບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ, ປັດຈຸບັນສຳເລັດແລ້ວ 100% ໂດຍຈະເປີດນຳໃຊ້ລະບົບຄຸ້ມຄອງຜູ້ເສຍອາກອນ ເລີ່ມແຕ່ວັນທີ 15 ຕຸລາ 2018 ແລະ ຈະເລີ່ມເປີດນຳໃຊ້ລະບົບຄົບຊຸດ ວັນທີ 5 ພະຈິກ 2018 ເປັນຕົ້ນໄປ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນກ່າວວ່າ: ປັດຈຸບັນ, ໂຄງການດັ່ງກ່າວ ສຳເລັດ 100% ໂດຍໃຊ້ເວລາ 21 ເດືອນ ນັບແຕ່ເປີດໂຄງການຕົ້ນປີ 2017 ເປັນຕົ້ນມາ ເຊິ່ງມີການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດ ລວມທັງການພັດທະນາຊຸດຄຳສັ່ງການແຈ້ງການມອບລາຍຮັບ, ການກວດສອບຫຼັງການແຈ້ງປະເມີນຄາດຄະເນແຫຼ່ງລາຍຮັບ, ການກຳນົດຕົວເລກປະຈຳຕົວຜູ້ເສຍອາກອນ, ການເຊື່ອມຕໍ່ລະບົບຕ່າງໆ ຂອງກະຊວງການເງິນ ແລະ ຂະແໜງການອື່ນທີ່-ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກໃນການເສຍອາກອນ ຜ່ານທາງລະບົບເອເລັກໂຕຣນິກ ໂດຍຈະເປີດນຳໃຊ້ເປັນສອງໄລຍະຄື:

  • ໄລຍະທີໜຶ່ງເລີ່ມວັນທີ 15 ຕຸລາ 2018 ຈະເປີດນຳໃຊ້ລະບົບຄຸ້ມຄອງຜູ້ເສຍອາກອນ ເພື່ອອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ ໂດຍພາກສ່ວນທະບຽນ ແລະ ຄຸ້ມຄອງວິສາຫະກິດຂອງກະຊວງອຸດສາຫະກຳ ແລະ ການຄ້າ;  ເຊິ່ງວິສາຫະກິດໃໝ່ທີ່ຂໍດຳເນີນທຸລະກິດ ຫຼື ຂໍຂຶ້ນທະບຽນວິສາຫະກິດໃໝ່ສາມາດຮັບເລກປະຈຳຕົວຜູ້ເສຍອາກອນ ໃນເວລາທີ່ພາກສ່ວນທະບຽນ ແລະ ຄຸ້ມຄອງວິສາຫະກິດອອກໃບທະບຽນວິສາຫະກິດໃຫ້ ໂດຍທັງສອງພາກສ່ວນຈະມີການເຊື່ອມຕໍ່ຂໍ້ມູນແບບເອເລັກໂຕຣນິກ.
  • ໄລຍະທີສອງ: ຈະເປີດນຳໃຊ້ລະບົບຄົບຊຸດ ແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ ແລະ ເປີດແຈ້ງມອບອາກອນປະເພດຕ່າງໆໃນລະບົບໃໝ່ຕາມຮູບແບບການແຈ້ງໃໝ່ ຜູ້ເສຍອາກອນສາມາດແຈ້ງມອບອາກອນດ້ວຍຕົນເອງຜ່ານເວັບໄຊ (taxservice.mof.gov.la).

ໂຄງການດັ່ງກ່າວ ແມ່ນໃຊ້ທຶນຈາກເງິນກູ້ຜ່ອນຜັນຂອງ Economic Devel-opment and Cooperation Funds (EDCF) ຂອງລັດຖະບານ ສ ເກົາຫຼີ, ມູນຄ່າເງິນກູ້ 28,5 ລ້ານໂດລາ ແລະ ທຶນສົມທົບຂອງລັດຖະບານລາວ 4 ລ້ານໂດລາ, ລວມມູນຄ່າທັງໝົດຂອງໂຄງການ 32,5 ລ້ານໂດລາ ຫຼື ປະມານ 276,25 ຕື້ກີບ  ແລະ ໄລຍະການພັດທະນາຂອງໂຄງການແມ່ນ 2 ປີ.

ນອກຈາກນັ້ນ, ທ່ານ ພູທະນູເພັດ ໄດ້ກ່າວຕື່ມອີກວ່າ: ” ໂຄງການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ເປັນໂຄງການໜຶ່ງທີ່ນອນໃນແຜນຍຸດທະສາດຂອງຂະແໜງການເງິນ ກ່ຽວກັບການຫັນວຽກງານການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນໄປສູ່ລະບົບທັນສະໄໝ ທີ່ມີລັກສະນະວິທະຍາສາດ ເພື່ອແນ່ໃສ່ປັບປຸງກົນໄກການເກັບລາຍຮັບໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ່, ທັນເວລາ, ສອດຄ່ອງກັບລະບຽບກົດໝາຍ ສິ່ງສຳຄັນເພີ່ມຄວາມງ່າຍດາຍ ແລະ ເອື້ອຍອຳນວຍຄວາມສະດວກໃຫ້ແກ້ຜູ້ປະຕິບັດພັນທະກອນ”.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: www.mfc-nso.ru

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...