spot_img
Homeຂ່າວທ້ອງຖິ່ນ ຈັບ 3 ສ່ຽວ ໂກງເງິນປະຊາຊົນ 99 ຄົນ

 ຈັບ 3 ສ່ຽວ ໂກງເງິນປະຊາຊົນ 99 ຄົນ

Published on

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັບ 3 ສ່ຽວ ຮ່ວມກັັນສໍ້ໂກງຊັບຂອງພົນລະເມືອງໂດຍອ້າງວ່າ: “ສາມາດແລ່ນເອົາຄົນເຂົ້າເປັນຕຳຫຼວດ ແລະ ເຂົ້າເຮັດວຽກນຳອົງການຈັດຕັ້ງຂອງລັດ” ໃນວັນທີ 19 ກັນຍາ 2018, ເຈົ້າໜ້າທີ່ສາມາດຮວບຮວມຜູ້ເສຍຫາຍໃນເບື້ອງຕົ້ນມີຈຳນວນ 99 ຄົນ ຕົກເປັນມູນຄ່າ 2.887.750.000 ກີບ ແລະ ຍັງຈະສອບສວນຂະຫຍາຍເພີ່ມຕື່ມເພາະເຊື່ອວ່າ: “ຍັງມີຜູ້ເສຍຫາຍອື່ນທີ່ບໍ່ກ້າຮ້ອງຟ້ອງ ພວກກ່ຽວທັງ 3 ນີ້, ຖ້າວ່າປະຊາຊົນຜູ້ໃດຫາກຖືກ 3 ຄົນນີ້ສໍ້ໂກງດ້ວຍຮູບແບບດັ່ງກ່າວ ໃຫ້ແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງ”.

ເຈົ້າໜ້າທີ່ ປກສ  ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: “ພາຍຫຼັງ, ຜູ້ເສຍຫາຍເຂົ້າແຈ້ງຄວາມວ່າມີພະນັກງານເຄື່ອນໄຫວຕົວະຍົວະວ່າ ອ້າງວ່າ: “ສາມາດແລ່ນເອົາຄົນເຂົ້າເປັນກຳລັງຕຳຫຼວດ ແລະ ເຂົ້າເຮັດວຽກນຳອົງການຈັດຕັ້ງຢູ່ກະຊວງຍຸດຕິທຳ”. ເມື່ອຮູ້ແນວນັ້ນ, ຈຶ່ງໄດ້ແຕ່ງຕັ້ງໝ່ວຍສະເພາະກິດລົງຕິດຕາມ ຈົນສາມາດກັກຕົວຜູ້ກະທຳຜິດໄດ້ 3 ຄົນ ຊື່ ທ້າວ ທອງໄຊ ອາຍຸ 32 ປີ ຢູ່ບ້ານວັດນາກ ເມືອງສີສັດຕະນາກ, ທ້າວ ພູເວດ ອາຍຸ 30 ປິ ຢູ່ບ້ານຫົວຫ້າ ເມືອງຫາດຊາຍຟອງ ແລະ ທ້າວ ພຸທອນ ອາຍຸ 38 ປີ ບ້ານເມືອງນ້ອຍ ເມືອໄຊເສດຖາ ນະຄອນຫຼວງວຽງຈັນ”.

ຜ່ານການສອບສວນພວກກ່ຽວຮັບສະລະພາບວ່າ: ໄດ້ຮ່ວມກັນຕົວະເອົາລູກຫຼານປະຊາຊົນເຂົ້າເປັນພະນັກງານແທ້, ໃນເບື້ອງຕົ້ນ ທ້າວ ພູເວດ ໄດ້ຊັກຊວນໃຫ້ ທ້າວ ພູທອນ ທີ່ເປັນພະນັກງານລັດຖະກອນພາກັນຊອກເອົາຄົນເຂົ້າກຳລັງຕຳຫຼວດ ອ້າງວ່າໄດ້ຮູ້ຈັກກັບຜູ້ໃຫຍ່ທີ່ສາມາດແລ່ນເອົາຄົນເຂົ້າເຮັດວຽກໄດ້, ແຕ່ຕ້ອງຈ່າຍຄ່າມັດຈຳ ມູນຄ່າ 60.000 ບາດ. ຈາກນັ້ນ, ພວກກ່ຽວສືບຕໍ່ຕົວະຍົວະຫຼາຍຄົນ ແລ້ວເອົາເງິນມາປັນກັນ ວິທີການຂອງພວກກ່ຽວແມ່ນແອບອ້າງວ່າ: “ມີພີ່ນ້ອງຢູ່ກະຊວງແຫ່ງໜຶ່ງສາມາດແລ່ນເອົາຄົນເຮັດວຽກໄດ້ ເພາະມີພີ່ນ້ອງເປັນເລຂາລະດັບລັດຖະມົນຕີ ແລະ ທັງເປັນຜູ້ເອົາລາຍຊື່ເຂົ້າເຮັດວຽກ”.

ພ້ອມນັ້ນ, ຍັງໄດ້ຮ່ວມກັບ ທ້າວ ທອງໄຊ ຊອກເອົາລູກຫຼານປະຊາຊົນຈາກຕ່າງແຂວງຈຳນວນຫຼາຍ ໂດຍໄດ້ຮຽກເອົາຄ່າມັດຈຳ 60.000-100.000 ບາດຕໍ່ຄົນ ລວມຜູ້ເສຍຫາຍທັງໝົດ 99 ຄົນ, ພ້ອທັງສ້າງບົດບັນທຶກກັບຜູ້ເສຍຫາຍ ເພື່ອເປັນຫຼັກຖານໃຫ້ຜູ້ເສຍຫາຍຍອມຈ່າຍເງິນ, ເວລາຜ່ານໄປ ຜູ້ເສຍຫາຍຮູ້ວ່າພວກກ່ຽວບໍ່ສາມາດແລ່ນເອົາເຂົ້າເປັນກຳລັງຕຳຫຼວດ ແລະ ເຂົ້າເປັນລັດຖະກອນໄດ້ ຈຶ່ງໄດ້ຮ້ອງຟ້ອງດຳເນີນຄະດີ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ, ຮູບພາບ: ໜັງສືພິມຄວາມສະຫງົບ

ຮູບພາບຈາກ: ursulasweeklywanders.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...