spot_img
Homeຂ່າວທ້ອງຖິ່ນແຫຼ່ງທ່ອງທ່ຽວຊຽງຂວາງ ກຽມຂຶ້ນເປັນມໍລະດົກໂລກ.

ແຫຼ່ງທ່ອງທ່ຽວຊຽງຂວາງ ກຽມຂຶ້ນເປັນມໍລະດົກໂລກ.

Published on

ປັດຈຸບັນ, ແຂວງຊຽງຂວາງ ກຳລັງກະກຽມທົ່ງໄຫຫີນຂຶ້ນເປັນມໍລະດົກໂລກ ໂດຍອົງການອຸຍແນັດສະໂກ(UNESCO) ຫຼັງສຳເລັດການສຳຫຼວດ ແລະ ຂຶ້ນທະບຽນທົ່ງໄຫຫີນ 11 ແຫຼ່ງ ໃນ 4 ເມືອງຄື: ເມືອງແປກ, ຜາໄຊ, ພູກູດ ແລະ ເມືອງຄຳ ເປັນຕົວແທນທີ່ໂດດເດັ່ນໃຫ້ແກ່ທົ່ງໄຫຫີນທັງໝົດຂອງແຂວງ ທີ່ມີຫຼາຍກວ່າ 28 ແຫຼ່ງ.

ໃນການກະກຽມດັ່ງກ່າວ, ໄດ້ມີການຈັດກອງປະຊຸມລາຍງານຜົນຄວາມຄືບໜ້າຂຶ້ນໃນວັນທີ 11 ຕຸລາ 2018 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ກອງປະຊຸມດັ່ງກ່າວ ຈະດຳເນີນເປັນເວລາ 2 ມື້, ໄດ້ມີລາຍງານກຽມຄວາມພ້ອມດ້ານພື້ນທີ່ທັງໝົດ 11 ແຫຼ່ງຄື:

  • ແຫຼ່ງທີ 1 ບ້ານນາໂອ.
  • ແຫຼ່ງທີ 21 ພູເກັງ ເມືອງແປກ.
  • ແຫຼ່ງທີ 25 ບ້ານສອງຮັກ.
  • ແຫຼ່ງທີ 28 ບ້ານນາຄວນ ເມືອງພູກູດ.
  • ແຫຼ່ງທີ 2 ບ້ານນາໂຄ້.
  • ແຫຼ່ງ 3 ແລະ 8 ບ້ານຊຽງດີ ເມືອງຜາໄຊ.
  • ແຫຼ່ງທີ 23 ບ້ານນໍ້າຮົ່ມ.
  • ແຫຼ່ງ 24 ພູຊ້າງ ບ້ານຊາງ ເມືອງຄຳ.
  • ແຫຼ່ງທີ 12 ແລະ 52 ບ້ານຜາແກ້ວ ເມືອງແປກ.

ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄະນະກຳມະການລະດັບຊາດ ເພື່ອມໍລະດົກ ໄດ້ກ່າວເປີດກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້, ພວກເຮົາຕ້ອງພ້ອມກັນກວດກາ,ປະເມີນແຫຼ່ງມໍລະດົກໃນດ້ານຕ່າງໆ ໂດຍສະເພາະພື້ນທີ່ຂອງທົ່ງໄຫຫີນ 11 ແຫຼ່ງ ທີ່ຈະສະເໜີເປັນມໍລະດົກໂລກ, ພວກເຮົາຈະໄດ້ຮ່ວມກັນຄຸ້ມຄອງມໍລະດົກແຫຼ່ງດັ່ງກ່າວພ້ອມທັງສັງເກດ ແລະ ຕີລາຄາຂະບວນການໃນການກຽມຄວາມພ້ອມຢູ່ເລື້ອຍໆ, ອີງໃສ່ການມີສ່ວນຮ່ວມຂອງປະຊາຊົນຂັ້ນບ້ານມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທ້າຍແນວໃດ ຈະຕ້ອງພ້ອມກັນຊອກຫາວິທີ່ແກ້ໄຂຢ່າງເໝາະສົມ.

ທ່ານໄດ້ກ່າວອີກຕື່ມວ່າ: “ບັດດາທ່ານທີ່ເຂົ້າຮ່ວມໃນມື້ນີ້, ຕ້ອງໄດ້ເອົາໃຈໃສ່ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມດ້ານຕ່າງໆປະສົບຜົນສຳເລັດຕາມຈຸດປະສົງ ໃນລະລະດັບຄາດໝາຍທີ່ວາງໄວ້”.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ຮູບພາບຈາກ: .nomadasaurus.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...