Homeຂ່າວຕ່າງປະເທດເຈົ້າໜ້າທີ່ດ່ານໜອງຄາຍຈັບ 3 ຊາວລາວກຽມຂົນເງິນ 38 ລ້ານບາດຂ້າມປະເທດ

ເຈົ້າໜ້າທີ່ດ່ານໜອງຄາຍຈັບ 3 ຊາວລາວກຽມຂົນເງິນ 38 ລ້ານບາດຂ້າມປະເທດ

Published on

ເມື່ອເວລາ 10:00 ໂມງ ຂອງວັນທີ 11 ຕຸລາ 2018 ທີ່ດ່ານຂົວມິດຕະພາບລາວ-ໄທ 1 ເມືອງ ໜອງຄາຍ ຜູ່ອຳນວຍການດ່ານຊາຍແດນພາກທີ 2 ພ້ອມດ້ວຍເຈົ້າໜ້າທີ່ດ່ານໜອງຄາຍ ໄດ້ຖະແຫຼງການຮ່ວມກັນກ່ຽວກັບການຈັບກຸມຕົວຄົນລາວ 3 ຄົນ; ເປັນຊາຍ 1 ຄົນ, ຍິງ 2 ຄົນ (ບໍ່ເປີດເຜີຍຊື່ ແລະ ນາມສະກຸນ) ຊຸກເຊື່ອງທະນະບັດໃບ 1.000 ບາດ ຈຳນວນ 10 ລ້ານບາດ ແລະ ເຊື່ອງໄວ້ບ່ອນມ້ຽນເຄື່ອງ ແລະ ກາງເບາະລົດດ້ານຫຼັງ 28 ລ້ານບາດ, ລວມທັງໝົດເປັນ 38 ລ້ານບາດ ໃນລົດເກັງ ໂຕໂຢຕ້າ ແຄັມຣີ ສີປອນ ທະບຽນ ຄວ 9889 ກຳແພງນະຄອນຫຼວງວຽງຈັນ.

ການຈັບກຸມໃນຄັ້ງນີ້ເຈົ້າໜ້າທີ່ດ່ານ ໄດ້ເຝົ້າລະວັງຂະບວນການລັກລອບນຳເງິນຕາອອກນອກປະເທດ ໂດຍຜິດກົດໝາຍ ເຊິ່ງລົດເກັງຄັນດັ່ງກ່າວຂັບເຂົ້າອອກປະເທດໄທຫຼາຍຄັ້ງ ຈົນມາຮອດເວລາປະມານ 20.30 ນາທີ ຂອງວັນທີ 10 ຕຸລາ 2018 ລົດເກັງຄັນດັ່ງກ່າວຂັບເຂົ້າມາບໍລິເວນດ່ານຊາຍແດນ ແລະ ກຳລັງຈະເດີນທາງອອກນອກປະເທດມຸ່ງໜ້າເຂົ້າ ສປປ ລາວ ເຈົ້າໜ້າທີ່ດ່ານ ຈື່ງໄດ້ກວດຄົ້ນກໍ່ພົບຂອງກາງດັ່ງກ່າວ.

ຈາກການສອບສວນເບື້ອງຕົ້ນ ຜູ້ຖືກຫາທັງ 3 ຄົນຍອມຮັບສາລະພາບວ່າໄດ້ເຊື່ອງເງິນທັງໝົດໄວ້ແທ້ ໂດຍຕ່າງຄົນຕ່າງກໍ່ມີທຸລະກິດເປັນຂອງຕົນເອງ ສ່ວນເງິນທັງໝົດທີ່ຖືກເຈົ້າໜ້າທີ່ກວດຢຶດເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ຮວມທັງທຸລະກິດແລກປ່ຽນເງິນຕາໃນນະຄອນຫຼວງວຽງຈັນ ຫຼັງຈາກຖືກຈັບກຸມໄດ້ມີການຍິນຍອມໃນຊັ້ນດ່ານ.

ຜູ້ອຳນວຍການດ່ານຊາຍແດນພາກທີ 2 ກ່າວວ່າການຢຶດເງິນໃນຄັ້ງນີ້ຖືເປັນຄັ້ງທີ 3 ທີ່ທາງດ່ານໜອງຄາຍໄດ້ຈັບກຸມ, ຄັ້ງທຳອິດ 98 ລ້ານບາດ, ຄັ້ງທີສອງ 30 ລ້ານບາດ ແລະ ຄັ້ງທີສາມ 38 ລ້ານບາດ, ເຊິ່ງການລັກລອບນຳເງິນອອກນອກປະເທດແມ່ນເປັນຄວາມຜິດຕາມ ບົດບັນຍັດ ດາ່ນຊາຍແດນ ໂດຍທາງດ່ານຈະປະສານງານກັບໜ່ວຍງານປາບປາມການຟອກເງິນ ເຮັດການກວດສອບແຫຼ່ງທີ່ມາຂອງເງິນວ່າເປັນເງິນທີ່ກ່ຽວຂ້ອງກັບທຸລະກິດຜິດກົດໝາຍ ແລະ ຢາເສບຕິດ ຫຼື ບໍ່ ແຕ່ຄາດວ່າໜ້າຈະເປັນຂະ ບວນການຄ້າເງິນ ເມື່ອຜູ້ກະທຳຜິດຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນດ່ານ ກໍ່ຈະຖືກປັບໄໝຄົນລະ 20.000ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດຕາມສິດທິ ສ່ວນເງິນທີ່ເຫຼືອ 32 ລ້ານບາດ ແລະ ລົດເກັງແມ່ນຢຶດເຂົ້າຄັງຫຼວງ.

https://www.facebook.com/KhaoInternational/videos/272797530020733/

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: news.ch7.com
ຮູບປະກອບ: thairath

ຄລິບວິດີໂອຈາກ: ຂ່າວຕ່າງປະເທດ International

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...