spot_img
Homeຂ່າວທ້ອງຖິ່ນກວດພົບສານເຄມີໃນພືດຜັກ-ໝາກໄມ້ ທີ່ນໍາເຂົ້າຈາກຫວຽດນາມ

ກວດພົບສານເຄມີໃນພືດຜັກ-ໝາກໄມ້ ທີ່ນໍາເຂົ້າຈາກຫວຽດນາມ

Published on

       ວິຊາການຂະແໜງປູກຝັງ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ກວດພົບພືດຜັກ-ໝາກໄມ້ທີ່ມີສານເຄມີ ຈໍານວນ 19 ລາຍການ ນໍາເຂົ້າຈາກ ສສ ຫວຽດນາມ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນວັນ ວັນທີ 28 ຕຸລາ 2018 ທີ່ຜ່ານມາ.

       ທ່ານນາງ ມະຍູລີ ຫົງສາທິລາດ ວິຊາການຂະແໜງປູກຝັງ, ພະແນກກະສິກໍາ-ປ່າໄມ້ແຂວງ ໄດ້ນໍາພາຄະນະທີມງານ ລົງກວດກາເກັບຕົວຢ່າງພືດຜັກ ແລະ ໝາກໄມ້ຈໍານວນໜຶ່ງ ທີ່ນໍາເຂົ້າຈາກ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອວິໄຈກວດຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ. ສາມາດກັກກັນພືດທັງໝົດ 19 ລາຍການ, ຈາກການກວດກາ ແລະ ວິໄຈຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ ປາກົດວ່າ: ມີພືດຜັກ-ໝາກທີ່ພົບສານພິດທີ່ປົນເປື້ອນຢູ່ໃນລະດັບປອດໄພ 11 ລາຍການຄື: ຈຳພວກໝາກກະຈຽບຂຽວ, ໝາກຖົ່ວແຂກ,  ຜັກສະຫຼັດ; ໝາກນາວ, ໝາກເລັ່ນໃຫຍ່, ໝາກເຜັດຢອນ, ຫົວຜັກບົ່ວແດງນ້ອຍ, ຜັກບົວລະພາໝາກສາລີ້ໝາກໜອດ, ໝາກສົ້ມໂອ, ໝາກແອັບເປີ້ນ,  ໝາກກ້ຽງ. ສໍາລັບພືດຜັກ-ໝາກໄມ້ທີ່ພົບສານພິດເຈືອປົນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກຮ້າຍແຮງມີ 5 ລາຍການໄດ້ແກ່່ໝາກເຜັດແດງ, ຜັກໜອກ; ໝາກອາໂວຄາໂດ້, ໝາກລາແຊ໋ງແດງໃຫຍ່ ແລະ ໝາກມັງກອນ.

        ສຳລັບການກວດຄັ້ງນີ້, ໄດ້ນໍາໃໍຊ້ຊຸດກວດ GT Test Kit ເຂົ້າໃນການວິເຄາະເບື້ອງຕົ້ນ ສາມາດກວດຫາສານເຄມີໃນ 2 ກຸ່ມຄື: ກຸ່ມອໍກາໂນໂຟສເຟດ ແລະ ກຸ່ມຄາບາເມດ ທີ່ພົບເຫັນໃນຢາຂ້າພະຍາດ ແລະ ຂ້າແມງໄມ້-ສັດຕູພືດ ໂດຍຈໍານວນພືດຜັກ ແລະ ໝາກໄມ້ທີ່ນໍາໃຊ້ໃນການກວດສານພິດຕົກຄ້າງແມ່ນຊື້ມາຈາກຕະຫຼາດບ່າວລາວ ສສ ຫວຽດນາມ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: cocina-casera.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...