spot_img
Homeຂ່າວທ້ອງຖິ່ນລັດ ແຈ້ງຄັ້ງທີ 2 ເຝົ້າລະວັງ ພະຍາດອະຫິວາໝູບໍ່ໃຫ້ແຜ່ເຂົ້າມາໃນລາວ

ລັດ ແຈ້ງຄັ້ງທີ 2 ເຝົ້າລະວັງ ພະຍາດອະຫິວາໝູບໍ່ໃຫ້ແຜ່ເຂົ້າມາໃນລາວ

Published on

         ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການໃນວັນທີ 1 ຕຸລາ 2018 ໃຫ້ທຸກພາກສ່ວນມີສະຕິເຝົ້າລະວັງ, ປ້ອງກັນບໍ່ໃຫ້ພະຍາດອະຫິວາໝູ ອາຟິຣກາ ແຜ່ເຂົ້າມາໃນລາວ ຕ້ອງເລັ່ງແກ້ໄຂແຕ່ຫົວທີ ໂດຍໃຫ້ກະຊວງກະສິກຳ ແລະ ປ່າໄມ້  ສົມທົບກັບ ກະຊວງ ສາທະລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດເປັນເຈົ້າການຮ່ວມກັນ.

       ແຈ້ງການດັ່ງກ່າວ, ໄດ້ສຶບຕໍ່ແຈ້ງອອກຢ່າງຕໍ່ເນື່ອງເປັນຄັ້ງທີ 2. ກ່ອນໜ້ານີ້ ວັນທີ 5 ກັນຍາ 2018 ທາງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໂຈະການນໍາເຂົ້າຊີ້ນໜູ, ພໍ່ພັນ-ແມ່ພັນ, ໜູນ້ອນ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກ ສປ ຈີນ ເຂົ້າສູ່ ສປປ ລາວ ໂດຍມອບໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບບັນດາດ່ານຊາຍແດນ ແລະ ທຸກພາກສ່ວນໃນທົ່ວປະເທດ ເປັນເຈົ້າການປະຕິບັດຮ່ວມກັນ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດຢູ່ໃນ ສປປ ລາວ. ປັດຈຸບັນ, ໃນ ສປ ຈີນ ມີໝູທີ່ຕິດພະຍາດນີ້ແລ້ວ ແລະ ທາງການຈີນກໍ່ສັ່ງທຳລາຍໝູ 6000 ກວ່າໂຕຖີ້ມ ເພື່ອປ້ອງກັນ ບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມໄປກວ້າງ.

       ພະຍາດດັ່ງກ່າວ, ສາມາດຕິດຕໍ່ໄດ້ຈາກການສໍາພັດກັບໝູທີ່ຕິດເຊື້ອໂດຍກົງ ຫຼື ທາງອ້ອມໂດຍຜ່ານຄົນ, ອຸປະກອນ, ພາຫະນະ, ອາຫານສັດ ແລະ ພາຊະນະນໍາເຊື້ອຈໍາພວກເຫັບ, ເຫົາ ເຊິ່ງມີໄລຍະຟັກເຊື້ອ 48-72 ຊົ່ວໂມງ ຈະມີອາການແບບຕາຍກະທັນຫັນ ແລະ ແບບຊໍາເຮື້ອ. ສັດທີ່ເປັນພະຍາດຈະມີໄຂ້ສູງເຖິງ 42 ອົງສາ, ໃບຫູ ແລະ ຜິວໜັງອາດພົບເປັນປານແດງຊໍ້າ, ມີຈຸດເນື້ອຕາຍເປັນຈຸດຢູ່ຕາມຜິວໜັງ ແລະ ພື້ນທ້ອງ. ອັດຕາການຕາຍຂອງໝູທີ່ຕິດເຊື້ອໄວຣັສນີ້ສູງເຖິງ 90% ຍັງບໍ່ທັນມີຢາຮັກສາ ແລະ ປິ່ນປົວໄດ້, ພະຍາດນີ້ເກີດການລະບາດຄັ້ງທໍາອິດໃນປີ 1909 ໃນທະວີບອາຟຣິກາ ຕໍ່ມາລະບາດຢູ່ບັນດາປະເທດໃນທະວີບເອີຣົບ ແລະ ອາຊີ.

 

 

 

 

 

 

 

 

ຮຽງຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສຳນັກງານນາຍົກລັດຖະມົນຕີ

ຮູບພາບຈາກ: Thairath, ferfarm

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...