spot_img
Homeຂ່າວຕ່າງປະເທດການຜະລິດ ແລະ ການລັກລອບຂາຍຢາເສບຕິດແມ່ນມີປະລິມານສູງໃນບໍລິເວນເຂດແມ່ນນໍ້າຂອງ

ການຜະລິດ ແລະ ການລັກລອບຂາຍຢາເສບຕິດແມ່ນມີປະລິມານສູງໃນບໍລິເວນເຂດແມ່ນນໍ້າຂອງ

Published on

         ສະຫະປະຊາຊາດ (ສປຊ) ໄດ້ອອກລາຍງານກ່າວເຕືອນວ່າ: “ປະລິມານການຜະລິດ ແລະ ການລັກລອບຂາຍຢາເສບຕິດແມ່ນມີປະລິມານສູງໃນບໍລິເວນເຂດແມ່ນນໍ້າຂອງອາຊີຕະເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ ເປັນຄັ້ງປະຫວັດສາດ ສົ່ງຜົນເຮັດໃຫ້ມີຈຳນວນເພີ່ມຂຶ້ນໃນຕະຫຼາດ ແລະ ລາຄາຂາຍໃນຕະຫຼາດກໍຫຼຸດລົງໃນພາກພື້ນ ເຮັດໃຫ້ເຍົາວະຊົນເຂົ້າເຖິງຢາເສບຕິດໄດ້ງ່າຍຂຶ້ນ”.

         ຕາມຂ່າວຕ່າງປະເທດລາຍງານວ່າ ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາດຊະຍາກຳແຫ່ງງ ສປຊ ໄດ້ອອກແຈ້ງເຕືອນໃນວັນທີ 2 ຕຸລາ 2018 ວ່າ: “ການຜະລິດ ແລະ ເສບຢາເສບຕິດຜິດກົດໝາຍແມ່ນມີຈຳນວນເພີ່ມຂຶ້ນຫຼາຍຜິດປົກກະຕິ ໃນບໍລິເວນເຂດແມ່ນໍ້າຂອງອາຊີຕະເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ ການມີຢາເສບຕິດເພີ່ມຂຶ້ນຫຼາຍເກີນໄປ ຈະເຮັດໃຫ້ເຍົາວະຊົນຕົກຢູ່ໃນຄວາມສ່ຽງທີ່ຕິດຢາເສບຕິດໄດ້ງ່າຍຂຶ້ນ”. ການລາຍງານໄດ້ລະບຸອີກຕື່ມວ່າ: “ເຖິງແມ່ນວ່າທາງການນາໆປະເທດຈະສາມາດກວດຢຶດຢາເສບຕິດໄດ້ຫຼາຍຂຶ້ນ ແຕ່ການມີຢາເສບຕິດເພີ່ມຂຶ້ນຫຼາຍເຊັ່ນນີ້ ຈະສົ່ງຜົນເຮັດໃຫ້ຢາເສບຕິດມີລາຄາຫຼຸດລົງ ເຊັ່ນ ຢາບ້າທີ່ຈະເຮັດໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນ”.

         ທ່ານ ເຈເຣນີ ດັກລາສ ຕົວແທນຂອງ ສປຊ ລະບຸວ່າ: “ການທີ່ກຸ່ມອາຊະຍາກອນເລັ່ງເດີນໜ້າຜະລິດຢາເສບຕິດ ຈົນເຮັດໃຫ້ມີຈຳນວນເພີ່ມຂຶ້ນຫຼາຍໃນພາກພື້ນອາຊີ ເຊິ່ງມີຢາບ້າເພີ່ມຂຶ້ນໃນຕະຫຼາດສົ່ງຜົນເຮັດໃຫ້ລາຄາຂາຍໃນຕະຫຼາດຫຼຸດລົງໃນພາກພື້ນ ນີ້ຈະເຮັດໃຫ້ເຍົາວະຊົນເຂົ້າເຖິງຢາເສບຕິດໄດ້ງ່າຍຂຶ້ນ”.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: http://coastguard.dodlive.mil

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...