spot_img
Homeຂ່າວທ້ອງຖິ່ນສາທາ ເລັ່ງແກ້ໄຂບັນຫາແກ້ບໍ່ຕົກ "ຄົນເຈັບໄປປິ່ນປົວຢູ່ຕ່າງປະເທດ"

ສາທາ ເລັ່ງແກ້ໄຂບັນຫາແກ້ບໍ່ຕົກ “ຄົນເຈັບໄປປິ່ນປົວຢູ່ຕ່າງປະເທດ”

Published on

           ເນື່ອງຈາກບັນຫາທີ່ແກ້ໄຂບໍ່ຕົກໃນກໍລະນີ້ ຄົນເຈັບນິຍົມກັນໄປຮັກສາປິ່ນປົວສຸຂະພາບຢູ່ໂຮງໝໍຕ່າງປະເທດ. ກະຊວງສາທາລະນະສຸກ ຈຶ່ງໄດ້ຮີບເລັ່ງແກ້ໄຂ້ດ້ວຍການປັບປຸງພັດທະນາບຸກຄະລາກອນ, ປັບປຸງຂອດບໍລິການຮັກສາ-ປິ່ນປົວສຸຂະພາບ ແລະ ອຳນວຍຄວາມສະດວກດ້ານສະຖານທີ່ ໃຫ້ມີຄຸນນະພາບເທົ່າກັບສາກົນ ເພື່ອດຶງດູດຄົນເຈັບເຂົ້າມາຮັກສາ ແລະ ປິ່ນປົວສຸຂະພາບຢູ່ໂຮງໝໍພາຍໃນປະເທດ.

          ທ່ານ ຮອງ ສຈ.ດຮ. ບຸນກອງ ສິຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ການສຳພາດ ໃນຂະນະເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ 2 ວ່າ: “ຕໍ່ກັບບັນຫາຄົນເຈັບໄດ້ຫຼັ່ງໄຫຼອອກໄປຮັກສາສຸຂະພາບ-ປິ່ນປົວພະຍາດ ຢູ່ຕ່າງປະເທດນັ້ນ ເປັນອີກໜຶ່ງບັນຫາທີ່ ກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສຳຄັນໃນການແກ້ໄຂ ເຊິ່ງທາງ ກະຊວງ ໄດ້ເລັ່ງປັບປຸງສຸ່ມໃສ່ຂອດການບໍລິການໃຫ້ມີຄຸນນະພາບຮອບດ້ານ. ເປັນຕົ້ນແມ່ນປັບປຸງສະຖານທີ່ບໍລິການໃຫ້ມີຄວາມສະອາດ, ສ້າງບຸກຄະລາກອນ, ອຸປະກອນການແພດ ແລະ ລະບົບເຮັດວຽກຂອງພະນັກງານໃຫ້ມີຄຸນນະພາບດີຂຶ້ນ ພ້ອມທັງສືບຕໍ່ປັບປຸງໂຮງໝໍຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ມີຄຸນນະພາບ, ທັນສະໄໝເທົ່າກັບສາກົນ (ປັດຈຸບັນຈີນກໍໄດ້ໃຫ້ການຊ່ວຍສ້າງໂຮງໝໍມະໂຫສົດໃຫ້ທັນສະໄໝ). ນອກຈາກນັ້ນ, ກໍໄດ້ລົງທຶນກໍ່ສ້າງພະນັກງານໃຫ້ເປັນພະນັກງານຊ່ຽວຊານລົງເລີກແຕ່ລະຂະແໜງການຫຼາຍຂຶ້ນ ເພື່ອຮອງຮັບການບໍລິການປິ່ນປົວຄົນເຈັບ ໂດຍອີງໃສ່ນະໂຍບາຍ 5 ດີ 1 ພໍໃຈ ຄື: ຮ້ບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິຊັດເຈນດີ ແລະ ປິ່ນປົວດີ”.

          ທ່ານໄດ້ກ່າວອີກຕື່ມວ່າ: “ອີກດ້ານໜຶ່ງຕ້ອງໄດ້ເສີມຂະຫຍາຍຄັງປະກັນສຸຂະພາບໃຫ້ດີຂຶ້ນ ເຜີຍແຜ່ຂໍ້ມູນໃຫ້ປະຊາຊົນເຂົ້າໃຈແລ້ວຫັນມາໃຊ້ບໍລິການ ກໍຄືເຂົ້າເປັນສະມາຊິກປະກັນສັງຄົມໃຫ້ຫຼາຍຂຶ້ນ ເພື່ອດິງດູດໃຫ້ປະຊາຊົນໄດ້ເຂົ້າໃຈເຖິງການບໍລຸງຮັກສາ ແລະ ປິ່ນປົວສຸຂະພາບ ພ້ອມທັງປັບປຸງຄືນນະໂຍບາຍຕໍ່ພະນັກງານ ແລະ ຫຼຸດການເຮັດວຽກລົງຈາກ 12 ຊົ່ວໂມງ ມາເປັນ 8 ຊົ່ວໂມງ ເພື່ອເຮັດໃຫ້ພະນັກງານມີຄວາມຮັບຜິດຊອບຕໍ່ກັບຄົນເຈັບຫຼາຍຂຶ້ນ”.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: https://luxdev.lu/fr

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...