Homeຂ່າວທ້ອງຖິ່ນກົມພາສີ ປັບອັດຕາຄ່າທຳນຽມພາຫະນະຜ່ານແດນໃໝ່

ກົມພາສີ ປັບອັດຕາຄ່າທຳນຽມພາຫະນະຜ່ານແດນໃໝ່

Published on

ກົມພາສີ ກະຊວງການເງິນ ອອກແຈ້ງການກ່ຽວກັບການຈັດຕັ້ງປະຕິບັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ, ເລກທີ 05666/ກພສ, ລົງວັນທີ 27 ກັນຍາ 2018 ໂດຍອີງຕາມລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ເພື່ອຄຸ້ມຄອງລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃນການເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ອັດຕາໃໝ່ ຕາມມາດຕາ 21 ຂໍ້ V, 5.1 ແລະ 5.2 ເຊິ່ງໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ຕຸລາ 2018 ເປັນຕົ້ນໄປ. ການຈັດຕັ້ງປະຕິບັດກ່ຽວກັບການເກັບຄ່າທຳນຽມປະເພດພາຫະນະແມ່ນໄດ້ແຍກການຈັດເກັບເປັນ 02 ປະເພດື: ລົດຜ່ານແດນ ແລະ ລົດເຂົ້າ-ອອກ ສປປ ລາວ ດັ່ງລາຍລະອຽດລຸ່ມນີ້:

ສຳລັບລົດຜ່ານແດນ

ລຳດັບ ປະເພດພາຫະນະ ກີບ/ຄັ້ງ
1 ລົດເກັງ, ລົດຈິບ, ລົດກະບະ 25.000
2 ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 50.000
3 ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 80.000
4 ລົດໂດຍສານຂະໜາດໃຫຍ່ຫຼາຍກວ່າ 35 ບ່ອນນັ່ງ 150.000
5 ລົດບັນທຸກ 6 ລໍ້ 50.000
6 ລົດບັນທຸກ 10-20 ລໍ້ 80.000
7 ລົດບັນທຸກ 18 ລໍ້ ຫຼື ລົດລາກ 165.000

ສຳລັບລົດເຂົ້າ-ອອກປະເທດ

ລຳດັບ ປະເພດພາຫະນະ ກີບ/ຄັ້ງ
1 ລົດເກັງ, ລົດຈິບ, ລົກກະບະ 25.000
2 ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 40.000
3 ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 50.000
4 ລົດໂດຍສານຂະໜາດໃຫຍ່ຫຼາຍກວ່າ 35 ບ່ອນນັ່ງ 80.000
5 ລົດບັນທຸກ 6 ລໍ້ 50.000
6 ລົດບັນທຸກ 10-20 ລໍ້ 80.000
7 ລົດບັນທຸກ 18 ລໍ້ ຫຼື ລົດລາກ 120.000

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: laoedaily.com.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...