spot_img
Homeຂ່າວທ້ອງຖິ່ນໄຊເສດຖາ ຈະຮື້ມ້າງເທີບ-ເງີບຕາມເສັ້ນທາງ 1,361 ຈຸດ ໃຫ້ສຳເລັດໃນເດືອນພະຈິກນີ້

ໄຊເສດຖາ ຈະຮື້ມ້າງເທີບ-ເງີບຕາມເສັ້ນທາງ 1,361 ຈຸດ ໃຫ້ສຳເລັດໃນເດືອນພະຈິກນີ້

Published on

         ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເລັ່ງທັບມ້າງເທີບ-ເງີບຕາມເສັ້ນທາງ ໃນໄລຍະທີ2 ນັບຕັ້ງແຕ່ເສັ້ນທາງທາດຫຼວງ ແຕ່ວົງວຽນທາດຫຼວງ-ຫົວຂົວ-ວັງຊາຍ-ໜອງໜ່ຽງ-4ແຍກໄຟອຳນາດຫຼັກ 6 ຖະໜົນໄກສອນ ພົມວິຫານ ລວມທັງໝົດ 1,361 ເປົ້າໝາຍ. ປັດຈຸບັນໄດ້ທັບມ້າງໄປແລ້ວ 637 ເປັ້າໝາຍ ເຊິ່ງຈະສືບຕໍ່ໃຫ້ສຳເລັດໃນທ້າຍເດືອນພະຈິກ 2018 ນີ້.

ໃນວັນທີ 1 ຕຸລາ 2018, ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ໄດ້ໃຫ້ການສຳພາດວ່າ: “ໃນໄລຍະທີ2 ຂອງການຈັດຕັ້ງປະຕິບັດລົງໄປທັບມ້າງເທີບເງີບປ້າຍ ແລະ ສິ່ງກີດຂວາງຢູ່ແຄມທາງ ໂດຍເລີ່ມແຕ່ ວົງວຽນທາດຫຼວງ ຫາ 3ແຍກກົກຕານ ແລະ 4 ແຍກໄຟແດງຫຼັກ 6,  ປັດຈຸບັນກຳລັງທັບມ້າງໃນ 4 ບ້ານຄື: ບ້ານໂນນສະຫວ່າງ, ວັງຊາຍ, ໂນນສະຫງ່າ ແລະ ໜອງໜ່ຽງ. ໃນນັ້ນເທີບມີ 279, ມ້າງສຳເລັັດ 52, ປ້າຍ 215 ປ້າຍ ມ້າງສຳເລັດ 12 ປ້າຍ, ກຳແພງ 7 ອັນມ້າງສຳເລັດແລ້ວ ແລະ ວາງເຄື່ອງຊະຊາຍ 291, ຫຍັບຍ້າຍໄປແລ້ວ 51. ລວມທັງໝົດມີ 1,361 ຈຸດ. ປັດຈຸບັນແກ້ໄດ້ແລ້ວ 637 ເປົ້າໝາຍຍັງຄ້າງ 724 ເຊິ່ງມີເປົ້າໝາຍຈະສືບຕໍ່ໃຫ້ສຳເລັດໃນທ້າຍເດືອນ ພະຈິກ 2018”.

ພ້ອມກັນນັ້ນ, ທ່ານໄດ້ກ່າວອີກຕື່ມວ່າ:”ກ່ອນຈະລົງໄປທັບມ້າງສະຖານທີ່ດັ່ງກ່າວ, ໄດ້ມີຫຼາຍຂັ້ນຕອນ ເພື່ອລຸລ່ວງໃຫ້ປະຊາຊົນຜູ້ທີ່ມີເຮືອນຢູ່ແຄມທາງທີ່ຕໍ່ເທີບເງີບ ແລະ ສິ່ງກີດຂວາງຕ່າງໆ ໃຫ້ຫຍັບຍ້າຍຈາກຂອບທາງເຂົ້າໄປ 6,​5 ແມັດ ໂດຍກຳນົດໃຫ້ 15 ວັນໃຫ້ເຮັດເອງ ແຕ່ເວລາຜ່ານໄປປະຊາຊົນບໍ່ປະຕິບັດຕາມ. ດັ່ງນັ້ນ, ຄະນະກຳມະການຈາກຫຼາຍພາກສ່ວນ ຈຶ່ງໄດ້ລົງນຳພາປະຊາຊົນຈັດຕັ້ງປະຕິດປັດທັບມ້າງເອງ. ຜ່ານການສຳຫຼວດເຫັນວ່າເກືອບ 89% ຂອງຄອບຄົວທີ່ມີເຮືອນຕິດແຄມທາງໄດ້ຕໍ່ເທີບເທີບເງີບອອກມາໃສ່ເຂດສະຫງວນ ແລະ ທາງຄົນຍ່າງ. ອີງຕາມກົດໝາຍ ແລະ ລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ ຈຶ່ງໄດ້ມີການທັບມ້າງເທີບເງີບ ແລະ ສິ່ງຕໍ່ເຕີມອອກໃຫ້ໝົດ”.

ສຳລັບການທັບມ້າງເສັ້ນທາງໄລຍະທີ1 ຢູ່ທາດຫຼວງເລີ່ມແຕ່ວົງວຽນທາດຫຼວງ ຫາ 3 ແຍກກົກຕານ-ຫົວຂົວ. ສ່ວນຕະຫຼາດຫົວຂົວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ສິງຫາ 2018. ປັດຈຸບັນສຳເລັດໄດ້ 95% ໃນນັ້ນມີເທີບ 215 ເທີບ ມ້າງສຳເລັດແລ້ວ 180 ເທີບ, ປ້າຍ 166 ປ້າຍ ມ້າງສຳເລັດແລ້ວ 157 ປ້າຍ, ກຳແພງຮົ້ວ 5 ຮົ້ວ ແລະ ມ້າງສຳເລັດແລ້ວ, ວາງເຄື່ອງຊະຊາຍ 195 ໄດ້ຫຍັບຍ້າຍເຂົ້າໄປສຳເລັດ 175.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສິ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...