Homeຂ່າວການສຶກສາວິທະຍາໄລ ສອນພິທັກລາວ ສັນສ້າງບຸກຄະລາກອນ 100 ກວ່າຄົນ ອອກຮັບໃຊ້ສັງຄົມ

ວິທະຍາໄລ ສອນພິທັກລາວ ສັນສ້າງບຸກຄະລາກອນ 100 ກວ່າຄົນ ອອກຮັບໃຊ້ສັງຄົມ

Published on

ສຳເລັດການສຶກສາປະຈຳປີຢ່າງເປັນທາງການອີກຄັ້ງ ສຳລັບນັກສຶກສາຈາກ ວິທະຍາໄລ ສອນພິທັກລາວ ຮຸ້ນທີ 3. ໃນວັນທີ 29 ກັນຍາ 2018 ທີ່ຜ່ານມາ ທາງວິທະຍາໄລໄດ້ມີການຈັດພິທີມອບ-ຮັບໃບປະກາສະນີຍະບັດວິຊາຊີບຊັ້ນສູງ (ປວສ) ໃຫ້ແກ່ນັກສຶກສາສົກຮຽນ 2017-2018 ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມຈຳນວນ 131 ຄົນ ພ້ອມດຽວກັນທາງວິທະຍາໄລຖືໂອກາດເປີດສົກຮຽນໃໝ່ 2018-2019 ຂື້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມລິດ ວິລິວົງ ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ນາງ ປາດຖະໜາ ຄຳສິງ ຫົວໜ້າຫ້ອງການສະພາທີ່ປຶກສາການສຶກສາພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດດຽວກັນ, ທ່ານ ປະນົມສອນ ຫຼວງສຸວັນນະວົງ ຜູ້ອຳນວຍການວິທະຍາໄລ ສອນພິທັກລາວ ໄດ້ຂື້ນ​​ຜ່ານ​ບົດ​ສະຫລຸບການຈັດ​ຕັ້ງ​ປະຕິບັດວຽກງານ ​ຜົນສຳເລັດການກໍ່ສ້າງບຸກຄະລາກອນໃນສົກຮຽນ 2017-2018 ແລະ ວາງທິດທາງແຜນການຮຽນ-ການສອນໃນສົກປີ 2018–2019 ຕໍ່ໜ້າ, ພ້ອມທັງເປັນກຽດຂື້ນມອບໃບຍ້ອງຍໍແກ່ຄູ-ອາຈານ, ມອບໃບຍ້ອງຍໍ ແລະ ໃບປະກາສະນີຍະບັດໃຫ້ແກ່ນັກສຶກສາພາກວິຊາການພັດທະນາໂປຣແກຣມເມີ 52 ຄົນ, ພາກວິຊາພາສາອັງກິດທຸລະກິດ 69 ຄົນ ແລະ ພາກວິຊາການເງີນ-ການກວດສອບບັນຊີ 10 ຄົນ. ​

ໃນພິທິດັ່ງກ່າວ, ທ່ານສົມລິດ ວິລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ວິທະຍາໄລ ສອນພິທັກລາວ, ຄູ-ອາຈານ ແລະ ນ້ອງນັກຮຽນທັງໝົດ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາຊັບພະຍາກອນມະນຸດທີ່ໄດ້ມາຕະຖານອອກຮັບໃຊ້ສັງຄົມ ແລະ ເປັນບາດກ້າວທີ່ດີໃນການພັດທະນາປະເທດຊາດໃຫ້ດີຂື້ນ.

ວິທະຍາໄລ ສອນພິທັກລາວ ເປັນສູນກາງການສຶກສາພາກເອກະຊົນທີ່ໄດ້ຮັບອະນຸຍາດໃນການນຳໃຊ້ລະບົບການຮຽນ-ການສອນ ລະດັບວິຊາຊີບຊັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ, ປະກອບມີ 3 ສາຂາ ວິຊາຮຽນຄື: ການພັດທະນາໂປຣແກຣມເມີ, ພາສາອັງກິດທຸລະກິດ ແລະ ການເງີນ-ການກວດສອບບັນຊີ. ພາຍໃນວິທະຍາໄລປະກອບມີຄູອາຈານທັງໝົດ 28 ທ່ານ, ນັກສືກສາຈຳນວນ 603 ຄົນ ໃນນັ້ນເປັນຍິງ 244 ຄົນ.

ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ທີ່ Facebook page: Sonephithak Laos College

ໂທ:  021 316 111/ 98808899

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂໍ້ມູນ ແລະ ຮູບພາບ: ວິທະຍາໄລ ສອນພິທັກ ລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...