spot_img
Homeຂ່າວທ້ອງຖິ່ນເປີດຮ້ານເຂົ້າປຽກ ເພື່ອປົກປິດທຸລະກິດມືດ!

ເປີດຮ້ານເຂົ້າປຽກ ເພື່ອປົກປິດທຸລະກິດມືດ!

Published on

ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ (ປກສ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວ ທ້າວ ນາສອນ ຫຼື ດ້າ ອາຍຸ 40 ປີ, ອາຊີບຄ້າຂາຍ ໃນວັນທີ 21 ກັນຍາ 2018 ຢູ່ບ້ານ ປາກທ້າງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໃນຂໍ້ຫາລັກລອບຄ້າຂາຍຢາເສບຕິດ ໂດຍເປີດຮ້ານເຂົ້າປຽກເພື່ອເຊື່ອງຊ້ອນທຸລະກິດເບື້ອງຫຼັງ, ພົບຂອງກາງຢາບ້າ ຈຳນວນ 298 ເມັດ, ຜູ້ກ່ຽວສາລະພາບຍ້ອນຫາເງິນໃຊ້ໜີ້ຫວຍ ແລະ ເງິນມື້ ລວມມູນຄ່າໜີ້ 100 ກວ່າລ້ານກີບ.

ຜູ້ກ່ຽວໄດ້ສາລະພາບຕໍ່ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ວ່າ: “ແຮງຈູງໃຈທີ່ເຮັດໃຫ້ລັກລອບຄ້າຢາເສບຕິດ ເກີດມາຈາກການເຂົ້າຫວຍ ປະມານ 80 ລ້ານກີບ ແລະ ເອົາເງິນມື້ 50 ລ້ານກີບ ລວມມູນຄ່າ 130 ລ້ານກີບ ມາລົງທຶນເຮັດຮ້ານເຂົ້າປຽກ. ເບື້ອງຕົ້ນຮ້ານຜູ້ກ່ຽວໄດ້ຮັບຄວາມນິຍົມຈາກລູກຄ້າ ແລະ ມີລາຍໄດ້ດີຂຶ້ນ ແຕ່ເວລາຕໍ່ມາຜູ້ກ່ຽວບໍ່ສາມາດໃຊ້ຕົ້ນທຶນ ແລະ ດອກເບ້ຍເງິນຫວຍ ແລະ ເງິນທີ່ຢືມມາໄດ້ ຍ້ອນຕິດຫຼີ້ນກິນຟູມເຟື້ອຍ ເກີດມີໜີ້ສິນຕິດຕົວ. ຫຼັງຈາກຊີວິດປະເຊີນກັບໜີ້ສິນຈຶ່ງຊອກຫາທາງອອກ ຫັນມາລັກລອບຄ້າຂາຍຢາບ້າ ຮ່ວມກັບຊາຍຄົນໜຶ່ງທີ່ເປັນລູກຄ້າມາກິນເຂົ້າປຽກໃນຮ້ານ ໂດຍໃຊ້ຮ້ານຂາຍເຂົ້າປຽກເປັນບ່ອນຊື້-ຂາຍ”.

ຜູ້ກ່ຽວສາລະພາບອີກຕື່ມວ່າ: “ມື້ທຳອິດໄດ້ນຳເອົາຢາບ້າມາຂາຍ 200 ເມັດ ໃຊ້ເວລາຂາຍປະມານ 2-3 ມື້ກໍໝົດ. ຈາກນັ້ນ ຈຶ່ງໄດ້ຕິດຕໍ່ຊື້-ຂາຍກັບຊາຍຄົນດັ່ງກ່າວຈຳນວນຫຼາຍຄັ້ງຈົນບໍ່ສາມາດຈື່ໄດ້. ເງິນທີ່ຂາຍໄດ້ຈາກການຄ້າຂາຍຢາບ້າ ໄດ້ນຳເອົາໄປໃຊ້ຈ່າຍສ່ວນຕົວ ແລະ ໃຊ້ໜີ້ທີ່ຕິດຢູ່. ລ່າສຸດໄດ້ຊື້ຢາບ້າຈຳນວນ 300 ເມັດ ແຕ່ຈ່າຍຄ່າຢາບ້າພຽງເຄິ່ງໜຶ່ງ, ຫຼັງຈາກນັ້ນກໍນຳຢາບ້າໄປຂາຍໃຫ້ກັບໄວລຸ້ນ ຈຳນວນ 2 ເມັດ, ຍັງເຫຼືອ 298 ເມັດ. ສຸດທ້າຍຖືກເຈົ້າໜ້າທີ່ສືບຮູ້ ແລະ ເຂົ້າກັກຕົວນຳມາດຳເນີນຄະດີໃນວັນທີ 21 ກັນຍາ 2018 ພ້ອມຂອງກາງຢາບ້າ 298 ເມັດ”. ສຳລັບຜູ້ຮ່ວມຂະບວນການ ເຈົ້າໜ້າທີ່ຍັງສອບສວນຂະຫຍາຍຜົນ ແລະ ຕິດຕາມຈັບມາດຳເນີນຄະດີ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບປະກອບຈາກ:TripAdvisor, kts-studio-media 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...