Homeຂ່າວທ້ອງຖິ່ນອັດຕາຄ່າໂດຍສານລົດໄຟລາວ-ຈີນ ປີ 2022 ພ້ອມເປີດໃຊ້ງານ 21 ສະຖານີທົ່ວປະເທດ!

ອັດຕາຄ່າໂດຍສານລົດໄຟລາວ-ຈີນ ປີ 2022 ພ້ອມເປີດໃຊ້ງານ 21 ສະຖານີທົ່ວປະເທດ!

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 1 ຕຸລາ 2018 ວ່າ ອີງຕາມຂໍ້ມູນຈາກນັກວິຊາການ ພ້ອມດ້ວຍຊ່ຽວຊານຈາກອາຊຽນ ແລະ ສປ ຈີນ ໄດ້ເປີດເຜີຍວ່າ ການຄຸ້ມຄອງການບໍລິການດ້ານຂົນສົ່ງໂດຍສານຂອງໂຄງການລົດໄຟລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ, ໃນນັ້ນ ຈະເປີດການນຳໃຊ້ໃນໄລຍະເບື້ອງຕົ້ນ 21 ສະຖານີ ສາມາດກຳນົດໄດ້ 23 ຖ້ຽວຕໍ່ວັນ ແຕ່ຖ້າຫາກມີການເປີດນຳໃຊ້ທັງໝົດ 33 ສະຖານີ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ວັນ. ສ່ວນອັດຕາຄ່າໂດຍສານແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັນ ສະເລ່ຍປະມານ 140.000ກີບຕໍ່ຄົນ ແລະ ຄ່າຂົນສົ່ງສິນຄ້າ 6.000 ກີບຕໍ່ໂຕນເທົ່ານັ້ນ. ໃນຈຳນວນ 33 ສະຖານີ ຈະມີສະຖານີໂດຍສານ ແລະ ສະຖານີຂົນສົ່ງສິນຄ້າ ລວມຢູ່ນຳກັນ 11 ແຫ່ງ, ໃນນັ້ນສະຖານີສິນຄ້າສະເພາະ 01 ແຫ່ງ ຢູ່ນະຄອນຫຼວງວຽງຈັນ, ມີຈຸດສະຫຼັບລາງ ແລະ ຈຸດຫຼີກທັງໝົດ 284 ແຫ່ງ.

ສະເພາະການບໍລິການຂົນສົ່ງໂດຍສານສ່ວນໃຫຍ່ ຈະເປັນເວລາກາງເວັນ, ສ່ວນການຂົນສົ່ງສິນຄ້າແມ່ນເປັນກາງຄືນ. ຂະນະທີ່ຄວາມໄວອອກແບບສະເພາະລົດໄຟໂດຍສານ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ສຳຮອງໄວ້ 200 ກິໂລແມັດຕໍ່ຊົ່ວໂມງ, ສ່ວນຄວາມໄວລົດໄຟຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ໃຊ້ໄຟຟ້າເປັນພະລັງງານແລ່ນລົດໄຟ, ໂຄງການດັ່ງກ່າວລວມມີມູນຄ່າການກໍ່ສ້າງທັງໝົດ 5,8 ຕື້ໂດລາ, ຕາມແຜນຈະສ້າງໃຫ້ສຳເລັດສົມບູນພາຍໃນປີ 2022.

 

ຮຽບຮຽງໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: laoedaily.com.la

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...