spot_img
Homeຂ່າວຕ່າງປະເທດເຮືອບິນໂດຍສານ ແອຣ໌ນິວກີນີ ເກີດຄວາມຜິດພາດລົງຈອດຢູ່ກາງທະເລ

ເຮືອບິນໂດຍສານ ແອຣ໌ນິວກີນີ ເກີດຄວາມຜິດພາດລົງຈອດຢູ່ກາງທະເລ

Published on

ເຮືອບິນໂດຍສານຂອງ ແອຣ໌ນິວກີນີ ໂບອິ້ງ 737-800 ຖ້ຽວບິນ ເອເອັນຈີ 73 (Air Niugini Boeing 737-800) ໄດ້ພະຍາຍາມລົງຈອດທີ່ສະໜາມບິນໃນ ໄມໂຄຣນິເຊຍ ຕາມກຳນົດການ ແຕ່ເກີດມີຄວາມຜິດພາດ ສົ່ງຜົນໃຫ້ເຮືອບິນແລ່ນກາຍຣັນເວໄປຈອດຢູ່ກາງທະເລທີ່ຢູ່ໃກ້ສະໜາມບິນແທນ, ແຕ່ໂຊກດີທີ່ຜູ້ໂດຍສານ ແລະ ພະນັກງານເທິງເຮືອບິນຢູ່ເທິງເຮືອບິນທັງ 47 ຄົນປອດໄພ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊິດນີ ປະເທດອົດສະຕຣາລີ ເມື່ອວັນສຸກ ວັນທີ 28 ກັນຍາ 2018 ວ່າ: ແອຣ໌ນິວກີນີ ເຊິ່ງເປັນສາຍການບິນແຫ່ງຊາດຂອງປາປົວນິວກິນີ ໄດ້ອອກຖະແຫຼງການກ່ຽວກັບຖ້ຽວບິນ ເອເອັມຈີ 737-800  (Air Niugini Boeing 737-800) ຢູ່ເສັ້ນທາງຈາກນະຄອນປາລິກີ ເທິງເກາະໂປນເປ ເມືອງຫຼວງຂອງໝູ່ເກາະໄມໂຄຣນີເຊຍ ເດີນທາງສູ່ນະຄອນຫຼວງພອດມອສບີ ເມືອງຫຼວງຂອງປາປົວນິວກິນີ, ຢ່າງໃດກໍ່ຕາມຖ້ຽວບິນມີກຳນົດແວ່ພັກທີ່ສະໜາມບິນເວໂນ ເຊິ່ງເປັນໜຶ່ງໃນເກາະຍ່ອຍຂອງໄມໂຄຣນີເຊຍ ແຕ່ ”ເກີດຄວາມຜິດພາດບາງປະການ“ ສົ່ງຜົນໃຫ້ເຮືອບິນເຄື່ອນທີ່ກາຍຣັນເວ ແລະ ຈອດລົງບໍລິເວນນໍ້າຕື້ນຂອງທະເລທີ່ຢູ່ໃກ້ສະໜາມບິນແທນ.

ຢ່າງໃດກໍຕາມຜູ້ໂດຍສານທັງ 36 ຄົນ ແລະ ພະນັກງານເທິງເຮືອບິນອີກ 11 ຄົນ ໄດ້ຮັບການຊ່ວຍເຫຼືອອອກຈາກຍົນທີ່ຈົມຢູ່ໃນນໍ້າກວ່າເຄິ່ງລຳອອກມາໄດ້ຢ່າງປອດໄພ ແລະ ບໍ່ມີໃຜໄດ້ຮັບບາດເຈັບສາຫັດ. ຂະນະທີ່ຄະນະກຳມາທິການດ້ານການກວດກາອຸບັດຕິເຫດທາງອາກາດຂອງປາປົວນິວກິນີກຳລັງສອບສວນຫາສາເຫດທີ່ເກີດຂຶ້ນ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂ່າວຈາກ: ເສດຖະກິດ-ການຄ້າ, AFP news agency, ວີດີໂອຈາກ: AFP news agency

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...