Homeຂ່າວຕ່າງປະເທດປະຊາຊົນຫວຽດນາມແຫ່ໄວ້ອາໄລປະທານປະເທດ ເຈິ່ນ ດ໋າຍ ກວາງ “ຄັ້ງສຸດທ້າຍ”

ປະຊາຊົນຫວຽດນາມແຫ່ໄວ້ອາໄລປະທານປະເທດ ເຈິ່ນ ດ໋າຍ ກວາງ “ຄັ້ງສຸດທ້າຍ”

Published on

ເມື່ອວັນທີ 27 ກັນຍາ 2018 ສຳນັກຂ່າວເອພີລາຍງານວ່າ ມີປະຊາຊົນຊາວຫວຽດນາມອອກມາຮວມຕົວກັນເຕັມສອງຝາກທາງໃນນະຄອນຫຼວງຮ່າໂນ້ຍ ເພື່ອສະແດງຄວາມເຄົາລົບ ແລະ ໄວ້ອາໄລເທື່ອສຸດທ້າຍຕໍ່ທ່ານ ເຈິ່ນ ດ໋າຍ ກວາງ ປະທານປະເທດຫວຽດນາມຜູ້ລ່ວງລັບ, ຂະນະທີ່ຂະບວນປືນໃຫຍ່ນຳໂລງ ເຊິ່ງບັນຈຸສົບຂອງປະທານປະເທດ ເຈິ່ນ ດ໋າຍ ກວາງ ທີ່ຄຸມດ້ວຍທຸງຊາດຫວຽດນາມ ແຫ່ໄປຕາມຖະໜົນໃນນະຄອນຫຼວງຮ່າໂນ້ຍຢ່າງສົມກຽດ.

ທ່ານ ຫງຽນ ຟູ້ ຈ່ອງ ເລຂາທິການພັກຄອມມູນິດຫວຽດນາມໄດ້ກ່າວຄຳຍົກຍ້ອງຜູ້ນຳຫວຽດນາມຜູ້ລ່ວງລັບວ່າ ການຈາກໄປຂອງປະທານປະເທດ ເຈິ່ນ ດ໋າຍ ກວາງ ຖືເປັນຄວາມສູນເສຍຄັ້ງຍິ່ງໃຫຍ່ຂອງປະເທດຊາດ ພ້ອມກັບຊື່ນຊົມຜົນງານຂອງທ່ານ ເຈິ່ນ ດ໋າຍ ກວາງ ທີ່ເຮັດເພື່ອປະເທດຊາດມາຕະລອດໄລຍະການເຮັດວຽກຂອງທ່ານ.ຫຼັງຈາກສຳເລັດລັດພິທີສົບ ຮ່າງຂອງປະທານປະເທດ ເຈິ່ນ ດ໋າຍ ກວາງ ຈະຖືກນຳໄປຝັງທີ່ບ້ານເກີດທີ່ບ້ານໃນແຂວງ ນິນບິນ ເຊິ່ງຕັ້ງຢູ່ທາງພາກເໜືອຂອງຫວຽດນາມ ໃນຕອນແລງຂອງວັນດຽວກັນ ຕາມເຈດຕະນາຂອງຄອບຄົວທ່ານ ເຈິ່ນ ດ໋າຍ ກວາງ ແທນທີ່ຈະນຳສົບໄປຝັງທີ່ສຸສານວິລະຊົນແຫ່ງຊາດ ໝາຍຫຍິກ ໃນນະຄອນຫຼວງຮ່າໂນ້ຍ ເຊິ່ງເປັນສະຖານທີ່ຝັງສົບຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ.ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຂຶ້ນເວທີກ່າວຄຳຖະແຫຼງໃນທີ່ປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (United Nations General Assembly: UNGA) ທີ່ນະຄອນນິວຢອກ ແລະ ຂອບໃຈທີ່ປະຊຸມທີ່ຢືນໄວ້ອາໄລໃຫ້ແກ່ອະດີດປະທານປະເທດຫວຽດນາມຜູ້ລ່ວງລັບເປັນເວລາ 1 ນາທີ, ມີການຫຼຸດທຸງສັນຍາລັກຢູເອັນລົງ ເພື່ອຮ່ວມລຳລຶກ ແລະ ເປັນກຽດໃຫ້ກັບປະທານປະເທດຂອງປະເທດຫວຽດນາມທີ່ເສຍຊີວິດ.

https://www.facebook.com/VNAEnglish/videos/2209996285956357/

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮູບປະກອບຂ່າວ: matichon.co.th, dailynews.co.th
ວິດີໂອຂ່າວ: Vietnam News Agency

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...