spot_img
Homeຂ່າວທ້ອງຖິ່ນລັດເຊັນສັນຍາກູ້ຢືມເງິນ 455 ຕື້ກີບ ເພື່ອສ້າງເສັ້ນທາງຫຼວງເລກທີ 11

ລັດເຊັນສັນຍາກູ້ຢືມເງິນ 455 ຕື້ກີບ ເພື່ອສ້າງເສັ້ນທາງຫຼວງເລກທີ 11

Published on

ລັດຖະບານແຫ່ງ ສປປ ລາວ ຈັດພິທີເຊັນສັນຍາກູ້ຢືມເງິນ ສຳລັບໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກທີ 11 (R11) ຮ່ວມກັບ ອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (Neighbouring Countries Economic Development Cooperation Agency: NEDA) ແຫ່ງຣາຊະອານາຈັກໄທ ຂຶ້ນໃນວັນທີ 26 ກັນຍາ 2018 ທີ່ນະຄອນຫຼວງວຽງຈັນ. ໂຄງການການກໍ່ສ້າງດັ່ງກ່າວ ໄດ້ເລີ່ມແຕ່ບ້ານກົກເຄົ້າດໍ-ບ້ານໂນນສະຫວັນ-ເມືອງຊະນະຄາມ-ບ້ານວັງ-ບ້ານນໍ້າສັງ ໄລຍະທາງທັງໝົດ 124 ກິໂລແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 1,82 ຕື້ບາດ ຫຼື ປະມານ 455 ຕື້ກີບ.

ການກູ້ຢືມເງິນຂອງໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ການອຳນວຍຄວາມສະດວກໃນການເດີນທາງໄປ-ມາ ຈາກແຂວງໄຊຍະບູລີ ກັບບັນດາແຂວງພາກເໜືອຂອງໄທ ພ້ອມທັງເປັນການຍົກລະດັບເຊື່ອມຈອດເສັ້ນທາງ ແລະ ການຂົນສົ່ງສິນຄ້າຂອງປະຊາຊົນໃນຂົງເຂດດັ່ງກ່າວໃຫ້ນັບມື້ນັບດີຂຶ້ນ. ພ້ອມນັ້ນ ຍັງເປັນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ ໂດຍສະເພາະການພັດທະນາເສັ້ນທາງພາຍໃນະເທດ. ນອກຈາກນັ້ນ, ບັນດາເສັ້ນທາງຕາມແຜນຍຸດທະຍາສາດ ດ້ານການຄົມມະນາຄົມຂົນສົ່ງທີ່ຕິດພັນກັບຍຸດທະສາດການເຊື່ອມຈອດລະຫວ່າງລາວ-ໄທ ຍັງເປັນການສືບຕໍ່ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານຕາດທອງຫາເມືອງສັງທອງ ນະຄອງຫຼວງວຽງຈັນທີ່ໄດ້ຮັບທຶນຈາກ NEDA ໃນປີ 2010 ອີກດ້ວຍ.

ໃນພິທີເຊັນສັນຍາດັ່ງກ່າວ ຕາງໜ້າລັດຖະບານແຫ່ງ ສ ປປ ລາວ ແມ່ນທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ພິຣະເມດ ວຸດທິກອນເນຕິຣັກ ປະທານອົງການ NEDA ແຫ່ງຣາຊະອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະລາຊະທູດ ແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ, ມີຫົວໜ້າ-ຮອງກົມ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການ NEDA ມີຈຳນວນ 18 ໂຄງການ ລວມມູນຄ່າ 10.36 ຕື້ບາດ ເຊິ່ງມີທັງຮູບແບບການຊ່ວຍເຫຼືອດ້ານວິຊາການ ແລະ ໃຫ້ເງິນກູ້ຢືມດອກເບ້ຍຜ່ອນຜັນ ເພື່ອເປັນການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບຍຸດທະສາດການເຊື່ອມຈອດລະຫວ່າງລາວ-ໄທ ໂດຍສະເພາະໂຄງການພັດທະນາໂຄງລ່າງພື້ນຖານ ແລະ ຍັງມີແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂ່າວຈາກ: ເສດຖະກິດ-ການຄ້າ

ຮູບພາບຈາກ: ຂ່າວສານປະເທດລາວ, gambetanews.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...