Homeຂ່າວພາຍ​ໃນອຸດົມໄຊອອກແຈ້ງການຫ້າມພະນັກງານ-ລັດຖະກອນ ແລະ ນັກສຶກສາໃສ່ເຄື່ອງແບບເຂົ້າຮ້ານກິນດື່ມ

ອຸດົມໄຊອອກແຈ້ງການຫ້າມພະນັກງານ-ລັດຖະກອນ ແລະ ນັກສຶກສາໃສ່ເຄື່ອງແບບເຂົ້າຮ້ານກິນດື່ມ

Published on

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ອຸດົມໄຊ ອອກແຈ້ງການສະບັບເລກທີ 516/ຖວທ, ລົງວັນທີ 14 ກັນຍາ 2018 ເຖິງທ່ານເຈົ້າເມືອງ 7 ເມືອງ, ກອງກຳລັງ ປກສ, ປກຊ, ພະແນກ, ອົງການຈັດຕັ້ງ, ໂຮງຮຽນ ແລະ ບັນດາຜູ້ປະກອບການທຸລະກິດຮ້ານອາຫານ-ຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານຄາລາໂອເກະ ທຸກພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງທຸກຂັ້ນ ເປັນເຈົ້າການເອົາໃຈໃສ່ນຳພາ ກວດກາຄຸ້ມຄອງຢູ່ໃນຂົງເຂດຮັບຜິດຊອບຂອງຕົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງຄົມ.

ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດບໍ່ຄວນນຸ່ງເຄື່ອງແບບເຂົ້າຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ ດື່ມສິ່ງມຶນເມົາທີ່ເຫັນວ່າບໍ່ເໝາະສົມ ແລະ ເປັນການເສື່ອມເສຍພາບພົດ ເພື່ອຫຼີກລ່ຽງຫາງສຽງຈົ່ມວ່າພະນັກງານ-ລັດຖະກອນຫຼິ້ນກິນຟຸມເຟືອຍ (ຍົກເວັ້ນກໍລະນີວຽກງານທາງການຈິ່ງໃສ່ເຄື່ອງແບບໄດ້).

ສະຖາບັນການສຶກສາຕ່າງໆ ແມ່ນໃຫ້ຄູອາຈານ, ອຳນາດການປົກຄອງບ້ານ,​ ຄອບຄົວພໍ່ແມ່ ເອົາໃຈໃສ່ຕິດຕາມກວດກາຄຸ້ມຄອງສຶກສາອົບຮົມນັກຮຽນ, ລູກຫຼານຂອງຕົນ ຫ້າມບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າໃຊ້ບໍລິການຮ້ານກິນດື່ມ, ຮ້ານບັນເທີງ ຢ່າງເດັດຂາດ ແລະ ໃຫ້ເປັນເອກະພາບກັນປະຕິບັດຂໍ້ຫ້າມ; ເຊິ່ງນັກຮຽນບໍ່ຄວນດື່ມສິ່ງມຶນເມົາເຊິ່ງມັນບໍ່ດີຕໍ່ສຸຂະພາບ, ພ້ອມທັງສິ້ນເປືອງ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ, ອາລະວາດຕີກັນ, ມົ້ວສຸມສິ່ງເສບຕິດ ແລະ ອື່ນໆ.

ສຳລັບເຈົ້າຂອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງຕ່າງໆ ໃຫ້ເອົາໃຈໃສ່ປະກອບເອກະສານ ຂໍອຸນຸຍາດດຳເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ແລະ ໄດ້ຮັບການຢັ້ງຢືນອະນຸຍາດໃຫ້ສືບຕໍ່ທຸລະກິດຈາກຂະແໜງການທ່ອງທ່ຽວໃນແຕ່ລະປີ ພ້ອມທັງປະກອບສ່ວນພັນທະອາກອນ ແລະ ພັນທະອື່ນໆ ຕາມລະບຽບການຄຸ້ມຄອງຂອງລັດໃຫ້ຄົບຖ້ວນ, ໃຫ້ເອົາໃຈໃສ່ຕິດຕາມຄຸ້ມຄອງສຶກສາອົບຮົມລູກຄ້າ-ແຂກຂອງຕົນທີ່ມາໃຊ້ບໍລິການໃຫ້ມີວິໄນ ຮັບປະກັນທາງດ້ານການບໍລິການໃຫ້ມີຄວາມສະອາດຈົບງາມ ພ້ອມບໍລິການດ້ວຍຮອຍຍິ້ມ, ເວົ້າຈາສຸພາບ ແລະ ເປັນຜູ້ບໍລິການທີ່ດີ.

ນອກນັ້ນ, ໃຫ້ທາງເຈົ້າຂອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງຕິດປ້າຍເຕືອນລູກຄ້າ-ແຂກທີ່ມາໃຊ້ບໍລິການໄວ້ບ່ອນເປີດເຜີຍຄື ຫ້າມບໍ່ໃຫ້ນຸ່ງເຄື່ອງແບບຂອງ​ສຳນັກງານ, ຫ້ອງການ, ຊຸດນັກຮຽນ-ນັກສຶກສາທີ່ເຫັນວ່າບໍ່ເໝາະສົມ. ຫາກທາງຮ້ານພົບເຫັນໃຫ້ຕັກເຕືອນ ແລະ ແຈ້ງໃຫ້ການຈັດຕັ້ງຂອງຜູ້ກ່ຽວຊາບພາຍຫຼັງ. ພ້ອມນີ້, ທາງເຈົ້າຂອງຮ້ານ ຕ້ອງອຳນວຍຄວາມສະດວກໃຫ້ຄວາມຮ່ວມມື, ສະໜອງຂໍ້ມູນການເຮັດວຽກ,​ຕິດຕາມເປັນຫູເປັນຕາຊ່ວຍກັນ ແລະ ຊຸກຍູ້ການແກ້ໄຂປະກົດການຫຍໍ້ທໍ້ຂອງເຈົ້າໜ້າທີ່ (ເຈົ້າໜ້າທີ່ຂອງລັດ, ອຳນາດການປົກຄອງບ້ານ) ທຸກຄັ້ງ, ໃຫ້ເປັນເຈົ້າການຕິດຕາມພຶດຕິກຳຂອງເຈົ້າໜ້າທີ່ພະນັກງານ, ລັດຖະກອນ, ໃນເວລາລົງປະຕິບັດໜ້າທີ່ໃນຮ້ານຂອງທ່ານ. ຫາກບໍ່ເຫັນຄວາມບໍ່ເໝາະສົມຕໍ່ຜູ້ປະກອບການ, ​ປະຕິບັດເກີນສິດ ແລະ ໜ້າທີ່ ຫຼື ຫວັງຜົນປະໂຫຍດສ່ວນຕົວ ທີ່ເຫັນວ່າຜິດຕໍ່ລະບຽບກົດໝາຍ ໃຫ້ແຈ້ງຂະແໜງການທີ່ກ່ຽວຂ້ອງຊາບໂດຍດ່ວນທີ່ພະແນກ ຖວທ (ຂະແໜງທ່ອງທ່ຽວແຂວງ ໂທ: 081 312 028/211 797, 020 22883256, 020 54949466).

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: ຖວທ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...