spot_img
Homeຂ່າວທ້ອງຖິ່ນເອດີບີ ຄາດວ່າເສດຖະກິດລາວຈະຂະຫຍາຍຕົວ 6,6% ໃນປີ 2018

ເອດີບີ ຄາດວ່າເສດຖະກິດລາວຈະຂະຫຍາຍຕົວ 6,6% ໃນປີ 2018

Published on

ທະນາຄານພັດທະນາອາຊີ (Asean Development Bank: ADB, ເອດີບີ) ຄາດຄະເນວ່າ: ”ໃນເດືອນເມສາ 2018 ມີການຄາດຄະເນວ່າ ເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບ 6,6% ໃນປີ 2018 ແລະ 7.0% ໃນປີ 2019, ແຕ່ເນື່ອງຈາກໄພພິບັດທາງທຳມະຊາດ ແລະ ຄວາມຕ້ອງການຊົມໃຊ້ພາຍໃນຫຼຸດລົງ ຈິ່ງເຮັດໃຫ້ລະດັບການຂະຫຍາຍຕົວຂອງເສດຖະກິດຫຼຸດລົງເຫຼືອ 6.6% ໃນປີ 2018 ນີ້ ແລະ ຫຍັບຕົວຂຶ້ນ 6,9% ໃນປີ 2019 ”.

ທ່ານ ສຸລິນທອນ ເລືອງສິງຄຳ ນັກເສດຖະສາດ ທະນາຄານພັດທະນາອາຊີ ປະຈຳລາວ ໄດ້ກ່າວບົດລາຍງານເສດຖະກິດ ສະບັບປັບປຸງຂອງ ເອດີບີ ໃນວັນທີ 26 ກັນຍາ 2018 ທີ່ຜ່ານມາວ່າ: ການຂະຫຍາຍຕົວຂອງເສດຖະກິດລາວ ປັດໄຈຫຼັກມາຈາກການຜະລິດໄຟຟ້າ ຄາດວ່າໝົດປີນີ້ຈະເພີ່ມຂຶ້ນປະມານ 8% ແລະ ການຜະລິດຈາກຂະແໜງບໍ່ແຮ່ຄາດວ່າຈະຫຼຸດລົງ 2% . ນອກຈາກນີ້, ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼາຍໂຄງການຍັງສືບຕໍ່ໄປຕາມແຜນ ເຖິງວ່າລັດຖະບານຈະມີຄຳສັ່ງກວດກາຄຸນນະພາບຂອງເຂື່ອນໃນຂອບເຂດທົ່ວປະເທດກໍຕາມ ແຕ່ອາດຈະບໍ່ມີຜົນຕໍ່ການຂະຫຍາຍຕົວເສດຖະກິດສຳລັບປີນີ້. ນອກນັ້ນ, ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ກໍມີຄວາມຄືບໜ້າໄປຕາມແຜນທີ່ກຳນົດໄວ້ ບວກກັບວຽກງານການທ່ອງທ່ຽວກໍ່ມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກມີນັກທ່ອງທ່ຽວຈາກ ສ. ເກົາຫຼີ ແລະ ສປ ຈີນ ເຂົ້າມາເພີ່ມຂຶ້ນ.

ປັດໄຈທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດຊ້າລົງ ຍ້ອນເນື່ອງມາຈາກການສົ່ງອອກແຮ່ທາດຫຼຸດລົງ ໂດຍສະພາະແມ່ນສອງໂຄງການໃຫຍ່ຄື: ບໍ່ຄຳ-ທອງເຊໂປນ ແລະ ບໍລິສັດພູເບ້ຍ ເຊິ່ງຈະເຫັນໄດ້ວ່າ ການຈັບຈ່າຍໃຊ້ສອຍໃນສັງຄົມເບົາບາງລົງ. ພ້ອມກັນນັ້ນ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳະຊາດກວມເອົາ 115 ເມືອງຂອງປະເທດ ຜົນເສຍຫາຍຄາດວ່າຢູ່ໃນ 250 ລ້ານໂດລາ ຫຼື ປະມານ 2 ພັນຕື້ກວ່າກີບ.

ພ້ອມກັນນັ້ນ, ການຫຼຸດລົງຂອງຄ່າເງິນກີບລາວທີ່ໄວຂຶ້ນ ໂດຍທຽບກັບຄ່າເງິນໂດລາສະຫະລັດໃນຕະຫຼາດທົ່ວໄປ ອັດຕາເງິນເຟີ້ປັດຈຸບັນຄາດວ່າຈະເພີ່ມຂຶ້ນ 0,5% ຈາກການຄາດຄະເນເບື້ອງຕົ້ນຢູ່ທີ່ 2,5% ໃນປີ 2018 ແລະ 3,1% ໃນປີ 2019. ສຳລັບການຂາດດຸນບັນຊີເດີນສະພັດຄິດເປັນບັນຊີເຊັນເມື່ອທຽບກັບ ຈີດີພີ ຄາດວ່າຢູ່ທີ່ 13,​8% ສຳລັບປີ 2018 ແລະ 13,0% ຂອງປີ 2019 ເຊິ່ງຕໍ່າກວ່າທີ່ຄາດຄະເນໄວ້ໃນເດືອນ ເມສາ ທີ່ຜ່ານມາໃນລະດັບ 14,9% ໃນປີ 2018 ແລະ 13,7% ໃນປີ 2019.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂ່າວຈາກ: ໜັງສືພິມປະຊາຊົນ, ຮູບພາບຈາກ: videoblocks.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...