Homeຂ່າວຕ່າງປະເທດນິວຊີແລນພົບ ມີເຂັມຝັງຢູ່ໃນສະຕໍເບີຣີທີ່ນໍາເຂົ້າຈາກອົດສະຕາລີ

ນິວຊີແລນພົບ ມີເຂັມຝັງຢູ່ໃນສະຕໍເບີຣີທີ່ນໍາເຂົ້າຈາກອົດສະຕາລີ

Published on

ເມື່ອວັນທີ 23 ກັນຍາ 2018 ເອເອຟພີລາຍງານຄວາມວຸ້ນວາຍໃນປະເທດອົດສະຕາລີ ຈາກກໍລະນີພົບເຂັມຫຍິບຜ້າຝັງໃນໝາກສະຕໍເບີຣີ ຕໍ່ເນື່ອງທົ່ວປະເທດກວ່າ 100 ຄັ້ງ ແລະ ປັດຈຸບັນເຈົ້າໜ້າທີ່ຕຳຫຼວດຍັງຢູ່ໃນລະຫວ່າງການຕິດຕາມຫາຜູ້ກໍ່ເຫດມາລົງໂທດຕາມກົດໝາຍ.

ລ່າສຸດ ເມື່ອອາທິດທີ່ຜ່ານມາ ມີການພົບໝາກສະຕໍເບີຣີຝັງເຂັມໃນຊຸບເປີ້ມາເກັດ ເຄົ້າດາວ ໃນນິວຊີແລນ ເຊິ່ງສະຕໍເບີຣີດັ່ງກ່າວແມ່ນນໍາເຂົ້າຈາກລັດເວສເທຼີນ ອົດສະຕາລີ.

ຜູ້ດຳເນີນທຸລະກິດຊຸບເປີ້ມາເກັດ ເຄົ້າດາວ ມີຄຳສັ່ງໃຫ້ງົດຈຳໜ່າຍ ແລະ ນຳສະຕໍເບີຣີຈາກລັດເວສເທຼິນ ອອກຈາກແຜງທັນທີຢ່າງບໍ່ມີກຳນົດ ພ້ອມແຈ້ງວ່າຜູ້ບໍລິໂພກທີ່ຊື້ໄປແລ້ວສາມາດນຳກັບມາຂໍເງິນຄືນກັບທາງຫ້າງໄດ້ ແລະ ແນະນຳໃຫ້ລູກຄ້າຜ່າໝາກໄມ້ອອກກ່ອນຮັບປະທານທຸກຄັ້ງ.

ຢ່າງໃດກໍ່ຕາມ, ຍັງບໍ່ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບຈາກການກິນໝາກໄມ້ດັ່ງກ່າວໃນນິວຊີແລນ ແຕ່ເຫດການທີ່ເກີດຂຶ້ນມັນໄດ້ສ້າງຜົນກະທົບຮ້າຍແຮງຕໍ່ພາກອຸດສະຫະກຳສະຕໍເບີຣີທີ່ກຳລັງສັ່ນຄອນໃຫ້ຮ້າຍແຮງຂຶ້ນໄປອີກ. ເຊັ່ນດຽວກັນກັບທາງການອົດສະຕາລີປະກາດຈະດຳເນີນຂັ້ນເດັດຂາດກັບຜູ້ຢູ່ເບື້ອງຫຼັງໂດຍໂທດຈຳຄຸກສູງສຸດ 15 ປີ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: www.khaosod.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...