ສປປ ລາວ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງປະທານປະເທດຫວຽດນາມ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ປະທານປະເທດ ຫວຽດນາມ ເຊິ່ງມີເນື້ອໃນວ່າ:  ບັນດາສະຫາຍທີ່ຮັກແພງ, ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດ ຊຶ້ງຕໍ່ການຈາກໄປຢ່າງບໍ່ມີມື້ຫວນກັບຄືນມາຂອງສະຫາຍ ເຈິ່ນ ດ້າຍ ກວາງ, ກໍາມະການຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ສະໄໝ ທີ X, XI, XII, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ XI, XII; ປະທານປະເທດແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ.

ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນຂອງ ສະຫາຍ ເຈິ່ນ ດ້າຍ ກວາງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ ຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຂອງທ່ານ, ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອງຫວຽດນາມ. ສະຫາຍ ເຈິ່ນ ດ້າຍ ກວາງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.  ການຈາກໄປຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ  ແຕ່ຍັງເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມຜູ້ໜຶ່ງຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າອີກດ້ວຍ.  ໃນຊ່ວງເວລາອັນໂສກເສົ້ານີ້,  ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,  ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ແລະ ສູນກາງແນວລາວສ້າງຊາດຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມ ເຫັນອົກເຫັນໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ  ແລະ ຜ່ານບັນດາສະຫາຍເຖິງປະຊາຊົນຫວຽດນາມອ້າຍນ້ອງ  ໂດຍສະເພາະມາຍັງຄອບຄົວ, ຍາດຕິພີ່ນ້ອງ  ແລະ ເພື່ອນມິດຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ມາໃນໂອກາດນີ້ດ້ວຍ. ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຂໍໃຫ້ເຖິງດວງວິນຍານຂອງ ສະຫາຍ ເຈິ່ນ ດ້າຍ ກວາງ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ!

 

 

 

ແຫຼ່ງຂ່າວ: ໜັງສືພິມກອງທັບປະຊາຊົນລາວ