Homeຂ່າວທ້ອງຖິ່ນລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈຳວັນທີ 24 ກັນຍາ 2018

ລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈຳວັນທີ 24 ກັນຍາ 2018

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຫ່ງ ສປປ ລາວ ແຈ້ງ ສະພາບອາກາດໂດຍລວມ ຂອງວັນທີ 24 ກັນຍາ 2018 ວ່າ: ບໍລິເວນຄວາມກົດດັນອາກາດສູງ ຍັງປົກຄຸມຢູ່ເຂດພາກເໜືອຂອງປະເທດລາວ, ສ່ວນພາກກາງ ລົງຫາ ພາກໃຕ້ ແມ່ນຄວາມກົດດັນອາກາດຕໍ່າປົກຄຸມ ສົມທົບກັບລົມຕາເວັນອອກພັດປົກຄຸມ ໃນລັກສະນະນີ້ ຈະເຮັດໃຫ້ມີຝົນຕົກກະຈາຍໃນບາງທ້ອງຖີ່ນຂອງແຕ່ລະພາກ ແລະ ນະຄອນຫຼວງວຽງຈັນແມ່ນໄດ້ຮັບປະລິມານນໍ້າຝົນຢູ່ທີ່ 03,6ມມ ອຸນຫະພູມຢູ່ໃນລະຫວ່າງ 23-33 ອົງສາ.

ປະກອບກັບພາຍຸໃຕ້ຝຸ່ນຈາມີ (TRAMI) ບໍລິເວນມະຫາສະໝຸດປາຊີຟິກທີ່ພັດຂື້ນຝັ່ງປະເທດໄຕ້ຫວັນໃນຊ່ວງວັນທີ 28-30 ກັນຍາ 2018 ນີ້ ບວກກັບລົມຕາເວັນອອກທີ່ຍັງຄົງພັດນໍາຄວາມຊື້ນຈາກທະເລຈີນໃຕ້ເຂົ້າມາເຮັດໃຫ້ມີຝົນຕົກເນື່ອງ ຫຼາຍປະເທດໃກ້ຄຽງໄດ້ຮັບຜົນກະທົບ ເຊີ່ງຈະເຮັດໃຫ້ມີຝົນຕົກເນື່ອງ ແລະ ສົ່ງຜົນເຮັດໃຫ້ ສປປ ລາວ ໄດ້ຮັບຜົນກະທົບໄປນຳ.

ສະນັ້ນ, ຈື່ງຂໍໃຫ້ປະຊາຊົນເຝົ້າລະວັງ ແລະ ມີສະຕິໃນການຂັບລົດຕື່ມ.

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຫ່ງ ສປປ ລາວ

ລີ້ງວີດີໂອປະກອບ: Jonathan Erdman

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...