Homeຂ່າວທ້ອງຖິ່ນເຈົ້າແຂວງຊຽງຂວາງ ຖະແຫຼງຂ່າວຢ່າງເປັນທາງການ ສາເຫດເລື່ອນງານມະຫະກຳກິລາເປັນປີໜ້າ

ເຈົ້າແຂວງຊຽງຂວາງ ຖະແຫຼງຂ່າວຢ່າງເປັນທາງການ ສາເຫດເລື່ອນງານມະຫະກຳກິລາເປັນປີໜ້າ

Published on

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງຈະເປັນເຈົ້າພາບ ແມ່ນໄດ້ຮັບການຕັດສິນໃຈເລື່ອນອອກໄປເປັນປີໜ້າ (ອ່ານຂ່າວເພີ່ມຕື່ມ: ງານມະຫະກຳກິລາແຫ່ງຊາດທີ່ຊຽງຂວາງຖືກເລື່ອນໄປເປັນປີໜ້າ!) ເນື່ອງຈາກວ່າປະຊາຊົນທົ່ວປະເທດຍັງງ່ວມເຫງົາກັບໄພພິບັດທີ່ເກີດຂື້ນພາຍໃນປະເທດ ຈື່ງເຫັນວ່າບໍ່ເໝາະສົມໃນການຈັດງານມະຫະກຳກິລາເທື່ອ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 1525/ຫສນຍ.ກລຂ, ລົງວັນທີ 14 ກັນຍາ ທີ່ຜ່ານມາເຫັນດີໃຫ້ເລື່ອນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງຈະເປັນເຈົ້າພາບໃນລະຫວ່າງວັນທີ 11-21 ພະຈິກ 2018 ອອກໄປເປັນວັນທີ 11-21 ພະຈິກ 2019.

ລ່າສຸດເມື່ອວັນທີ 18 ກັນຍາ ທີ່ຜ່ານມາ ພາຍໃຕ້ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງ ແຂວງຊຽງຂວາງ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຫດຜົນທີ່ລັດຖະບານເຫັນດີໃຫ້ເລື່ອນການຈັດການແຂ່ງຂັນກິລາແຫ່ງຊາດຄັ້ງນີ້ ບໍ່ແມ່ນຍ້ອນສາເຫດທີ່ວ່າແຂວງຊຽງຂວາງກະກຽມພື້ນຖານໂຄງລ່າງບໍ່ທັນແຕ່ຢ່າງໃດ, ເພາະລັດຖະບານໄດ້ສະໜອງງົບປະມານເຂົ້າໃນການກະກຽມພື້ນຖານໂຄງລ່າງຢ່າງພຽງພໍກັບຄວາມຕ້ອງແລ້ວ, ເປັນຕົ້ນ: ສະໜາມທີ່ຈະໃຊ້ເຂົ້າໃນພິທີເປີດ-ປິດ, ສະໜາມແຂ່ງຂັນກິລາແຕ່ລະປະເພດ, ສະຖານທີ່ພັກເຊົາຂອງຄູຝຶກ ແລະ ນັກກິລາ ແລະ ອື່ນໆ.

ທ່ານກ່າວອີກວ່າ: ການແຂ່ງຂັນກິລາຖືວ່າແມ່ນການເຄື່ອນໄຫວກິດຈະກຳປະເພດໜື່ງທີ່ສ້າງຄວາມເບີກບານມ່ວນຊື່ນ ແຕ່ເມື່ອໄພທຳມະຊາດໄດ້ເກີດຂື້ນຢ່າງຮ້າຍແຮງແບບນີ້ ເຮັດໃຫ້ປະຊາຊົນລາວຈຳນວນຫຼວງຫຼາຍຕ້ອງຕົກຢູ່ໃນຄວາມໂສກເສົ້າ, ບວກກັບຫຼາຍແຂວງກໍຍັງຂາດງົບປະມານໃນການກະກຽມນັກກິລາ, ເຖີງວ່າຈະສາມາດສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໄດ້ແຕ່ກໍອາດເປັນການເຂົ້າຮ່ວມການແຂ່ງຂັນທີ່ບໍ່ເຕັມເມັດ ເຕັມໜ່ວຍ ຫຼື ເຂົ້າຮ່ວມຕາມຂະບວນການເທົ່ານັ້ນ ໂດຍສະເພາະຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ເຈົ້າແຂວງ ແຂວງຊຽງຂວາງໄດ້ກ່າວຢໍ້າຕື່ມວ່າ: ການທີ່ລັດຖະບານເຫັນດີໃຫ້ເລື່ອນການຈັດງານມະຫາກຳກິລາແຫ່ງຊາດຄັ້ງນີ້ອອກໄປ ຖືວ່າເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ. ອົງການປົກຄອງແຂວງຊຽງຂວາງຈິ່ງເຫັນດີນໍາ ແລະ ໄດ້ແຈ້ງຂ່າວໃຫ້ປະຊາຊົນພາຍໃນແຂວງຮັບຮູ້ແລ້ວ ແລະ ທຸກຄົນກໍເຫັນດີເປັນເອກະພາບນຳກັນ, ເຂົ້າໃຈຕໍ່ສະຖານະການທີ່ເກີດຂື້ນ. ຈາກນີ້ໄປ, ແຂວງຊຽງຂວາງກໍຈະມີເວລາໃນການກະກຽມຈັດງານກິລາຄັ້ງນີ້ ແລະ ເຮັດໃຫ້ການເປັນເຈົ້າພາບບັນລຸຜົນສຳເລັດຕາມທີ່ຄາດໝາຍໄວ້ທຸກປະການ.

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...