spot_img
Homeຂ່າວພາຍ​ໃນພາຍຸໄຕ້ຝຸ່ນ ມັງຄຸດ ປ່ຽນທິດ ອາດເຮັດໃຫ້ລາວເຮົາບໍ່ໄດ້ຮັບຜົນກະທົບຮ້າຍແຮງຄືທີ່ຄາດການໄວ້

ພາຍຸໄຕ້ຝຸ່ນ ມັງຄຸດ ປ່ຽນທິດ ອາດເຮັດໃຫ້ລາວເຮົາບໍ່ໄດ້ຮັບຜົນກະທົບຮ້າຍແຮງຄືທີ່ຄາດການໄວ້

Published on

ຈາກການພະຍາກອນເສັ້ນທາງຂອງພາຍຸໄຕ້ຝຸ້ນມັງຄຸດ ຕາມເວັບໄຊ້ google.org/crisismap/google.com/2018-mangkhut ສະແດງໃຫ້ເຫັນວ່າ ລາວເຮົາອາດບໍ່ໄດ້ຮັບຜົນກະທົບຮ້າຍແຮງຈາກພາຍຸໄຕ້ຝຸ່ນມັງຄຸດ ຄືດັ່ງທີ່ໄດ້ຄາດການໄວ້ໃນເບື້ອງຕົ້ນ ເນື່ອງຈາກວ່າ ພາຍຸດັ່ງກ່າວໄດ້ມີການປ່ຽນທິດທາງ ແລະ ບໍ່ໄດ້ເຂົ້າມາລາວເຮົາໂດຍກົງ. ແຕ່ກໍຍັງຄົງມີບາງຂົງເຂດ ໂດຍສະເພາະແມ່ນບັນດາແຂວງພາກເໜືອທີ່ມີຊາຍແດນຕິດກັບຈີນ ທີ່ອາດຈະໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຊາວບ້ານ ແລະ ນັກທ່ອງທ່ຽວ ທີ່ຈະເດີນທາງໄປຍັງພາກເໜືອ ແລະ ພາກກາງຂອງລາວກໍຄວນຢູ່ໃນຄວາມລະມັດລະວັງ ໃນເລື່ອງຂອງຝົນຕົກໜັກໃນຊ່ວງວັນຈັນ ແລະ ວັນອັງຄານນີ້ ໂດຍໃຫ້ເຝົ້າລະວັງ ແລະ ຕິດຕາມເບິ່ງການແຈ້ງການຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລາວ.

ແຫຼ່ງຂ່າວ: Laotiantimes

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...