Homeຂ່າວທ້ອງຖິ່ນງານມະຫະກຳກິລາແຫ່ງຊາດທີ່ຊຽງຂວາງຖືກເລື່ອນໄປເປັນປີໜ້າ!

ງານມະຫະກຳກິລາແຫ່ງຊາດທີ່ຊຽງຂວາງຖືກເລື່ອນໄປເປັນປີໜ້າ!

Published on

ອີງຕາມການແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1525/ຫສນຍ.ກລຂ ວ່າດ້ວຍການເລື່ອນການຈັດງານມະຫະກຳແຂ່ງຂັນກິລາລະດັບຊາດຢູ່ພາຍໃນປະເທດໃຫ້ຮູ້ວ່າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຫັນດີຕາມໜັງສືສະເໜີຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ເລື່ອນຈັດງານມະຫະກຳກິລາ 3 ງານໃຫຍ່ຄື:

  1. ງານມະຫະກຳກິລາມະຫາວິທະຍາໄລລາວຄັ້ງທີ 2 ໃນປີ 2019
  2. ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ໃນປີ 2020
  3. ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງໃນວັນທີ 11 ພະຈິກ 2018 ໃຫ້ເລື່ອນໄປຈັດໃນປີ 2019 (ວັນ ແລະ ເວລາແມ່ນມອບໃຫ້ກະຊວງສຶກສາທິການ ແລະ ກິລາ ພິຈາລະນາຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ

ນອກຈາກນັ້ນ, ໃນງານມະຫະກຳກິລາຄັ້ງຕໍ່ໄປ ແມ່ນບໍ່ອະນຸຍາດໃຫ້ມີການສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ ເຊັ່ນສະໜາມກິລາ ຂຶ້ນມາໃໝ່, ໃຫ້ພິຈາລະນານໍາໃຊ້ສະໜາມກິລາທີ່ມີຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຄວາມພ້ອມຢູ່ແລ້ວ.

 

 

 

 

 

ຂຽນໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ຮູບພາບປະກອບ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...