Homeຂ່າວທ້ອງຖິ່ນພາສາອັງກິດ ໃຊ້ຜິດຄວາມຄິດປ່ຽນ

ພາສາອັງກິດ ໃຊ້ຜິດຄວາມຄິດປ່ຽນ

Published on

ພາສາອັງກິດຖືວ່າເປັນພາສາທີ່ປະຊາກອນໃນໂລກໃຊ້ເປັນພາສາສາກົນໃນການສື່ສານ ບໍ່ວ່າຈະເປັນໃນການປະຊຸມ, ການເຈລະຈາທຸລະກິດ, ການທ່ອງທ່ຽວ ລ້ວນແຕ່ໃຊ້ພາສາອັງກິດໃນການສື່ສານທັງນັ້ນ. ພາສາອັງກິດເປັນພາສາທີ່ມີປະຫວັດອັນຍາວນານ ແລະ ມີຫຼັກການໃນການໃຊ້ໄວຍາກອນທີ່ເປັນເອກະລັກຂອງຕົນເອງ ເຊັ່ນກັບພາສາອື່ນໆໃນໂລກ. ບາງຄົນກໍບອກວ່າ ຮຽນພາສາອັງກິດໄປ ເວົ້າໃຫ້ເຂົ້າໃຈກໍພໍແລ້ວ, ແຕ່ຈະດີກວ່າບໍ່ຖ້າເຮົາເວົ້າ ແລະ ຂຽນໃຫ້ຖືກຕ້ອງຕາມຫຼັກໄວຍາກອນຂອງພາສານັ້ນນຳພ້ອມ. ຫຼັກການນຳໃຊ້ໄວຍາກອນອັນຖືກຕ້ອງທີ່ບໍ່ຄວນຖືເບົາ ຖ້າຫາກບໍ່ຄຳນືງເຖິງແນ່ນອນວ່າມັນຈະເປັນບັນຫາສະທ້ອນອັນໃຫຍ່ຫຼວງຕາມມາແນ່ນອນ.

ຍົກຕົວຢ່າງເຊັ່ນເຫດການທີ່ຫາກໍເປັນກະແສວິພາກວິຈານມາເມື່ອບໍ່ດົນມານີ້ ຄືການໃຊ້ພາສາອັງກິດທີ່ບໍ່ຖືກຕ້ອງໃນເວທີການປະກວດ Miss Laos World ເວທີປະກວດທີ່ຈະສົ່ງສາວງາມໄປເຂົ້າຮ່ວມເວທີສາກົນຢູ່ຕ່າງປະເທດ.

ຄວາມຜິດພາດທີ່ເຫັນໄດ້ຊັດເຈນຄືຊື່ທີ່ໃຊ້ຢູ່ເທິງເວທີແມ່ນ “MISS WORLD LAOS” ແຕ່ໃນຜ້າບ່ຽງ ແມ່ນໃຊ້ຄຳວ່າ “MISS LAOS WORLD” ຈິ່ງພາໃຫ້ເກີດມີຄວາມສັບສົນວ່າຄວາມຈິງແລ້ວແມ່ນໃຫ້ນຳໃຊ້ຢ່າງໃດແທ້?. ນອກຈາກນີ້ຍັງມີຄຳວ່າ ອັນດັບທີສາມ (THIRD) ເວລາຂຽນເປັນຕົວເລກຄວນໃຊ້ 3rd, ແຕ່ໃນແພບ່ຽງແມ່ນນຳໃຊ້ 3TH  ແລະ ລາງວັນຂວັນໃຈຊ່າງພາບ ເຊິ່ງໃນພາສາອັງກິດແມ່ນ (Photogenic) ແຕ່ໃນແພບ່ຽງແມ່ນຂາດຕົວ O ຈຶ່ງເປັນ Photgenic ແທນ ເຊີ່ງນີ້ແມ່ນສະກົດບໍ່ຖືກຕ້ອງ ແລະ ບໍ່ມີຄວາມໝາຍໃນພາສາອັງກິດ.

ຄວາມຜິດພາດໃນການໃຊ້ພາສາອັງກິດໃນເວທີນີ້ອາດຈະບໍ່ແມ່ນຄັ້ງທໍາອິດທີ່ຄົນລາວເຮົາໃຊ້ພາສາອັງກິດຜິດ, ແຕ່ເນື່ອງຈາກເຫດນີ້ເກີດຂຶ້ນໃນເວທີລະດັບໍາດທີ່ຈະສົ່ງຕົວແທນຈາກລາວໄປປະກວດໃນເວທີລະດັບສາກົນ ເຊິ່ງຈະຕ້ອງໃຊ້ພາສາອັງກິດເປັນຫຼັກໃນການສື່ສານ ແລະ ເນື່ອງຈາກວ່າປະຈຸບັນ ປະຊາຊົນສາມາດເຂົ້າເຖິງເຕັກໂນໂລຢີໄດ້ງ່າຍຂຶ້ນ ແລະ ສາມາດສະແດງຄວາມຄິດເຫັນຂອງຕົນເອງໄດ້ຫຼາຍຂຶ້ນ ເຮັດໃຫ້ເຫດການຄັ້ງນີ້ໄດ້ຮັບສຽງວິພາກວິຈານຫຼາຍໃນສັງຄົມ.

ສາເຫດທີ່ເກີດຄວາມຜິດພາດນີ້ຂຶ້ນອາດຈະແມ່ນຍ້ອນເວລາທີ່ມີຈໍາກັດ ຫຼື ການສື່ສານທີ່ຜິດພາດ ຫຼື ການທີ່ບໍ່ໄດ້ໃຫ້ເຈົ້າຂອງພາສາກວດກ່ອນ ຫຼື ເຫດຜົນໃດກໍຕາມແຕ່, ແຕ່ຖ້າຫາກຄິດໃນອີກແງ່ໜຶ່ງ ເຫດການນີ້ຈະຊ່ວຍເປັນບົດຮຽນໃຫ້ຄົນລາວເຮົາເອົາໃຈໃສ່ໃນການໃຊ້ພາສາອັງກິດໃຫ້ຖືກຫຼັກໄວຍາກອນ ແລະ ການສະກົດຄໍາທີ່ຖືກຕ້ອງຫຼາຍຂຶ້ນ. ເພາະຄົນສ່ວນຫຼາຍບໍ່ຄ່ອຍຈັບຖືກ ແຕ່ມັກຈະຈັບຜິດຫຼາຍກວ່າ, ຄົນລາວເຮົາສ່ວນໃຫຍ່ບໍ່ຄ່ອຍກ້າສະແດງອອກຢູ່ແລ້ວ ແລະ ແອັດມິນບໍ່ຢາກໃຫ້ເຫດການຄັ້ງນີ້ຫຼຸດຄວາມໝັ້ນໃຈໃນການສື່ສານພາສາອັງກິດກັບຄົນຕ່າງຊາດ ແລະ ແມ່ນແຕ່ຄົນພາຍໃນຊາດເອງ. ຈົ່ງຮຽນຮູ້ຈາກຄວາມຜິດພາດໃນຄັ້ງນີ້ ແລ້ວຝຶກຝົນຕົນເອງ ເພາະຄົນທີ່ສະຫຼາດທີ່ສຸດ ຄືຄົນທີ່ຮຽນຮູ້ຈາກຄວາມຜິດພາດຂອງຕົນເອງແລ້ວແກ້ໄຂ ບໍ່ແມ່ນຄົນທີ່ວິພາກວິຈານຄົນອື່ນໄດ້ ແຕ່ຕົນເອງແມ່ນເຮັດຫຍັງບໍ່ເປັນ.

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...