spot_img
Homeຂ່າວທ້ອງຖິ່ນສານຕັດສິນ 3 ຈຳເລີຍ ຄະດີປອມແປງໃບຕາດິນໃຫ້ຮັບໂທດທັງຈຳທັງປັບ

ສານຕັດສິນ 3 ຈຳເລີຍ ຄະດີປອມແປງໃບຕາດິນໃຫ້ຮັບໂທດທັງຈຳທັງປັບ

Published on

ເວັບໄຊຂ່າວໜັງສືພິມປ້ອງກັນຄວາມສະຫງົບ (ປກສ) ລາຍງານເມື່ອວັນທີ 11 ກັນຍາ 2018 ວ່າ ຄະນະສານອາຍາສານປະຊາຊົນ ຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີສໍ້ໂກງຊັບພົນລະເມືອງ ແລະ ການຖືເບົາໃນການປະຕິບັດງານ, ການສວາຍໃຊ້ ນໍາເອົາຜົນປະໂຫຍດຈາກໜ້າທີ່ ໂດຍມີ ຈຳເລີຍ 3 ຄົນ ທີ່ຮ່ວມກັນປອມແປງຂະຫຍາຍເນື້ອທີ່ດິນເພື່ອຂາຍຕໍ່.

ໃນວັນທີ 5 ກັນຍາ 2018 ທີ່ຜ່ານມາ ຄະນະສານອາຍາໄດ້ຕັດສິນຄະດີສໍ້ໂກງຊັບພົນລະເມືອງ ເຊິ່ງຈຳເລີຍມີ: ທ້າວ ແກ້ວພະໄທ ອາຍຸ 44 ປີ ຢູ່ບ້ານດຸ່ງ ເມືອງໄຊເສດຖາ (ຈຳເລີຍ1), ທ້າວ ສຸລິໄຊ ອາຍຸ 35 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ (ຈຳເລີຍ2) ແລະ ທ້າວ ດວງເດດ ອາຍຸ 51 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ (ຈຳເລີຍ3) ທັງສາມຄົນແມ່ນອາໄສຢູ່ນະຄອນຫຼວງວຽງຈັນ.

ເບື້ອງຕົ້ນໃນປີ 2004 ນາງ ສາຍສະໝອນ ແລະ ນາງ ໄກສອນ (ເອື້ອຍ-ນ້ອງ) ໄດ້ຮ່ວມກັນຊື້ທີ່ດິນຈຳນວນ 5 ຕອນ, ໃນນີ້ມີດິນຢູ່ບ້ານຫົວຂົວ 3 ຕອນ, ຢູ່ບ້ານຫົວນາ ເມືອງໄຊທານີ ແລະ ຢູ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ ບ່ອນລະ 1 ຕອນ ລວມເນື້ອທີ່ດິນທັງໝົດຈຳນວນ 103 ເຮັກຕາ; ໂດຍໄດ້ມອບໃຫ້ທ້າວ ແກ້ວພະໄທ (ຈຳເລີຍ1) ເປັນຄົນປົກປັກຮັກສາ ແລະ ເສຍພາສີທີ່ດິນຕອນດັ່ງກ່າວໃຫ້, ມາຮອດປີ 2011 ທ້າວ ແກ້ວພະໄທ ໄດ້ຂາຍກຳມະສິດທີ່ດິນໃຫ້ທ້າວ ກາວິນ ອາຍຸ 46 ປີ ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນລາຄາ 15.000.000 ກີບ/ເຮັກຕາ, ເຊິ່ງທ້າວ ກາວິນ ໄດ້ຈ່າຍເງິນຄ່າມັດຈຳກ່ອນຈຳນວນເງິນ 20% ເທົ່າກັບ 311.368.000 ກີບ ແລະ ຕ້ອງການວັດແທກທີ່ດິນຄືນໃໝ່. ຈາກນັ້ນທ້າວ ແກ້ວພະໄທ ຈິ່ງໄດ້ຍື່ນເອກະສານຂໍວັດແທກເນື້ອທີ່ດິນຢູ່ຫ້ອງການຄຸ້ມຄອງທີ່ດິນ ເມືອງໄຊທານີ, ເຊິ່ງມີ ທ້າວ ດວງເດດ ພະນັກງານຢູ່ຫ້ອງການດັ່ງກ່າວເປັນຜູ້ລົງໄປວັດແທກ ແລ້ວທ້າວ ດວງເດດ (ຈຳເລີຍ3) ໄດ້ຕິດຕໍ່ຫາທ້າວ ສຸລິໄຊ (ຈຳເລີຍ2) ທີ່ເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງໜຶ່ງ ເປັນຄົນລົງວັດແທກຕົວຈິງຮ່ວມກັບ ທ້າວ ແກ້ວພະໄທ ຜ່ານການວັດແທກທີ່ດິນຕົວຈິງມີເນື້ອທີ່ດິນ ທັງໝົດ 73 ເຮັກຕາ, ເຊິ່ງບໍ່ຖືກຕາມທີ່ດິນທີ່ຕົກລົງໄວ້. ທ້າວ ແກ້ວພະໄທ ຈິ່ງບອກໃຫ້ທ້າວ ສຸລິໄຊ ຂະຫຍາຍເນື້ອທີ່ດິນໃຫ້ໃຫຍ່ຂຶ້ນ, ໂດຍທ້າວ ສຸລິໄຊ ໄດ້ຂະຫຍາຍເນື້ອທີ່ດິນຜ່ານຄອມພິວເຕີ ໄດ້ເນື້ອທີ່ດິນເພີ່ມ 98.46 ເຮັກຕາ. ຈາກນັ້ນ ທ້າວ ດວງເດດ ຈິ່ງໄດ້ສ້າງແຜນທີ່ຂະຫຍາຍເນື້ອທີ່ດິນທັງ 4 ຕອນ ຕາມເລກທີ 09,10,11,12 ລົງວັນທີ 23 ພະຈິກ 2011 ອອກຊື່ ທ້າວ ກາວິນ ແລ້ວມອບໃຫ້ ທ້າວ ແກ້ວພະໄຊ ເອົາໃບຕາດິນດັ່ງກ່າວ ໄປໃຫ້ກັບທ້າວ ກາວິນ ພ້ອມທັງຈ່າຍເງິນເພີ່ມໃຫ້ກັບທ້າວ ແກ້ວພະໄທ ຈຳນວນ 1.030.680.000ກີບ.

ມາປີ 2013 ທ້າວ ກາວິນ ໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງວັດແທກທີ່ດິນຄືນໃໝ່ ເພື່ອອອກໃບຕາດິນຖາວອນ, ຜ່ານການລົງວັດແທກຕົວຈິງພົບວ່າ ເນື້ອທີ່ດິນ 4 ຕອນ ບໍ່ກົງກັບເນື້ອທີ່ດິນ ຕາມໃບຕາດິນທີ່ໄດ້ມາຕອນຕົ້ນ, ໃບຕາດິນເລກທີ 9 ລະບຸວ່າມີເນື້ອທີ່ 15 ເຮັກຕາ ແທກຕົວຈິງມີພຽງ 13 ເຮັກຕາ, ໃບຕາດິນເລກທີ 10 ລະບຸວ່າມີເນື້ອທີ່ 10 ເຮັກຕາ ແທກຕົວຈິງໄດ້ 9 ເຮັກຕາ, ໃບຕາດິນເລກທີ 11 ລະບຸວ່າມີເນື້ອທີ່ 20 ເຮັກຕາ ແທກຕົວຈິງມີພຽງ 6 ເຮັກຕາ ແລະ ສ່ວນຕອນທີ 5 ໃບຕາດິນເລກທີ 12 ຢູ່ບ້ານ ນາເງິນ ແມ່ນຖືກຕາມເນື້ອທີ່ດິນຕົວຈິງ, ຈຶ່ງໄດ້ຮ້ອງຟ້ອງດຳເນີນຄະດີຕາມກົດໝາຍ.

ຜ່ານການວິນິໄສຂອງຄະນະສານອາຍາເຫັນວ່າມີຂໍ້ມູນ ແລະ ຫຼັກຖານທີ່ໜັກແໜ້ນຢັ້ງຢືນວ່າ ການກະທຳຂອງພວກຈຳເລີຍ ແມ່ນສ້າງຄວາມເສຍຫາຍໃຫ້ກັບຊັບສິນຂອງຄົນອື່ນ ແລະ ການຖືເບົາໃນການປະຕິບັດງານ, ການສວາຍໃຊ້ ນໍາເອົາຜົນປະໂຫຍດຈາກໜ້າທີ່, ສະນັ້ນ ຄະນະສານຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບທ້າວ ແກ້ວພະໄທ ຈຳຄຸກ 2 ປີ 6 ເດືອນ ປັບໃໝເງິນ 5.000.000ກີບ, ຕັດອິດສະຫຼະພາບທ້າວ ສຸລິໄຊ 2 ປີ ປັບໄໝ 500.000ກີບ ແລະ ຕັດອິດສະຫຼະພາບ ທ້າວ ດວງເດດ 6 ເດືອນ ປັບໄໝ 500.000ກີບ.

ສ່ວນຄ່າເສຍຫາຍທີ່ຄິດໄລ່ຕາມເນື້ອທີ່ດິນທີ່ບໍ່ຄົບຕາມຈຳນວນຄິດໄລ່ເປັນຈຳນວນເງິນ 516.430.000 ກີບ ແມ່ນໃຫ້ທ້າວ ແກ້ວພະໄທ ເປັນຄົນຮັບໃຊ້ແທນທັງໝົດ. ສ່ວນໂທດຂອງທ້າວ ສຸລິໄຊ ແລະ ທ້າວ ດວງເດດ ຄະນະສານໄດ້ພິຈາລະນາແລ້ວເຫັນຄວນໃຫ້ຝາກໂທດໄວ້.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: www.lsecuritynews.com
ຮູບປະກອບຂ່າວ: raosukunfung.com

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...