Homeຂ່າວທ້ອງຖິ່ນ2 ໂຈນຊາວຈີນເລາະງັດຕູ້ເຊັບທະນາຄານ ແລະ ງັດຕູ້ ATM ຖືກເຈົ້າໜ້າທີ່ລາວຈັບກຸມ

2 ໂຈນຊາວຈີນເລາະງັດຕູ້ເຊັບທະນາຄານ ແລະ ງັດຕູ້ ATM ຖືກເຈົ້າໜ້າທີ່ລາວຈັບກຸມ

Published on

ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ (ປກສ) ແຂວງ ຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ ເມື່ອວັນທີ 30 ມິຖຸນາ – ຕົ້ນເດືອນກໍລະກົດ 2018 ທີ່ຜ່ານມາ, ມີຄົນຮ້າຍເຄື່ອນໄຫວງັດຕູ້ເຊັບ ແລະ ຕູ້ ATM ຂອງທະນາຄານສົ່ງເສີມກະສິກຳ ສາຂາແຂວງຫຼວງນໍ້າທາ ແລະ ງັດທະນາຄານອິນດູຈີນ ພ້ອມທຳຮ້າຍຮ່າງກາຍພະນັກງານຮັກສາຄວາມປອດໄພບາດເຈັບສາຫັດ. ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງໃກ້ຄຽງ ເພື່ອຕິດຕາມຜູ້ກໍ່ເຫດມາລົງໂທດ.

ມາຮອດວັນທີ 5 ສິງຫາ 2018 ເວລາປະມານ 12 ໂມງກາງຄືນ, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ສາມາດກັກຕົວທ້າວ    ເຫວີຍ ຈູຊິງ ອາຍຸ 35 ປີ (ສັນຊາດຈີນ) ແລະ ທ້າວ ຈາງ ລີຊວານ ອາຍຸ 35 ປີ (ສັນຊາດຈີນ) ໃນຂະນະທີ່ພວກກ່ຽວກຳລັງດຳເນີນເຂົ້າງັດທະນາຄານພັດທະນາລາວ ສາຂາແຂວງອຸດົມໄຊ ແລະ ໄດ້ປະສານຫາ ປກສ ແຂວງ ອຸດົມໄຊ ເພື່ອນຳຕົວຜູ້ຖືກຫາທັງສອງມາສອບສວນຂະຫຍາຍຜົນ.

ຜ່ານການສືບສວນ-ສອບສວນ, ຜູ້ຖືກຫາທັງສອງສາລະພາບວ່າ ເບື້ອງຕົ້ນໄດ້ເຂົ້າມາລາວ ເພື່ອເປັນກຳມະກອນຫາບຢາງພາລາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ໄດ້ເປີດຮ້ານອາຫານຢູ່ຄາຊິໂນສາມລ່ຽມທອງຄຳ ປະມານ 1 ປີ ແລ້ວເດີນທາງກັບ ສປ ຈີນ, ມາວັນທີ 23 ກໍລະກົດ 2018 ໄດ້ພົບກັບຄົນລາວທີ່ເຄີຍເຮັດວຽກກຳມະກອນນໍາກັນ (ບໍ່ຮູ້ຊື່) ຢູ່ເຂດຊັງຢອງ ເມືອງ ຫຼ້າ ສປ ຈີນ ແລ້ວໄດ້ຊັກຊວນກັນໄປຊອກງັດຕູ້ ATM ຢູ່ ສປປ ລາວ; ວັນທີ 3 ສິງຫາ 2018 ຜູ້ກ່ຽວທັງສອງ ໄດ້ພາກັນຂີ່ລົດເກັງສີດຳ ເລກທະບຽນ H7U689 ໄປແຂວງຫຼວງນໍ້າທາ ໂດຍຜ່ານດ່ານສາກົນບໍ່ເຕັນ ເພື່ອໄປຮັບເອົາ ທ້າວ ຈາງ ລີຊວານ ເພື່ອພາກັນໄປແຂວງອຸດົມໄຊ; ເວລາປະມານ 10 ໂມງກາງຄືນ ຂອງວັນທີ 4 ສິງຫາ 2018, ຜູ້ກໍ່ເຫດທັງ 3 ຄົນໄດ້ຂີ່ລົດເລາະສັງເກດບັນດາທະນາຄານໃນເທສະບານເມືອງ, ພໍໄປຮອດທະນາຄານພັດທະນາລາວ ໝູ່ທີ່ເປັນຄົນລາວໄດ້ບອກວ່າຈະຖ້າຢູ່ນອກ ຈາກນັ້ນຜູ້ກໍ່ເຫດທັງສອງ​ ຈິ່ງໄດ້ປີນກຳແພງຂອງທະນາຄານ ແລ້ວເອົາເຊືອກທີ່ກຽມມາໂຍນຂຶ້ນໄປເກາະໃສ່ລະບຽງຊັ້ນ 2 ເພື່ອປີນຂຶ້ນ ແລ້ວໃຊ້ຄີມຕັດລັອກປະຕູເຂົ້າໄປຫ້ອງການທະນາຄານ ແຕ່ບໍ່ທັນຄົ້ນເຄື່ອງ ກໍຖືກເຈົ້າໜ້າທີ່ກັກຕົວກ່ອນ.

ຜູ້ຖືກຫາທັງ 2 ຍັງໄດ້ໃຫ້ສາລະພາບຕື່ມອີກວ່າ ວັນທີ 30 ມິຖຸນາ 2018 ໄດ້ເຄື່ອນໄຫວງັດຕູ້ເຊັບ ຢູ່ທະນາຄານສົ່ງເສີມກະສິກຳ ສາຂາແຂວງຫຼວງນໍ້າທາ ໄດ້ເງິນ 75.606.000 ກີບ, 59.380 ບາດ ແລະ 2.766 ໂດລາສະຫະລັດ; ເຊິ່ງເງິນຈຳນວນດັ່ງກ່າວໄດ້ແບ່ງປັນກັນໄປຫຼິ້ນການພະນັກຢູ່ແຂວງບໍ່ແກ້ວ.

ສຳລັບການລົງໂທດຜູ້ກ່ຽວທັງສອງກຳລັງຢູ່ໃນຂັ້ນພິຈາລະນາຄະດີ ແລະ ທາງ ປກສ ຈະເຝົ້າລະວັງເຫດການປະເພດນີ້ໃຫ້ຮັດກຸມຂຶ້ນກວ່າເກົ່າ.

 

 

ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...