Homeຂ່າວຕ່າງປະເທດຈີນໃຊ້ລະບົບ "Social Credit" ຜູ້ທີ່ມີຄະແນນຄວາມດີຕໍ່າກວ່າກຳນົດຈະຖືກຕັດສິດບໍ່ຮັບເຂົ້າເຮັດວຽກ

ຈີນໃຊ້ລະບົບ “Social Credit” ຜູ້ທີ່ມີຄະແນນຄວາມດີຕໍ່າກວ່າກຳນົດຈະຖືກຕັດສິດບໍ່ຮັບເຂົ້າເຮັດວຽກ

Published on

ສຳນັກງານຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (National Development and Reform Commission: NDRC) ກ່າວວ່າ ຈີນມີມະຕິນຳໃຊ້ລະບົບເຄຣດິດພຶດຕິກຳທາງສັງຄົມ ທີ່ຮຽກວ່າ “Social Credit” ຫຼື ຄະແນນທາງສັງຄົມ ທີ່ຈະໃຊ້ແທ້ໃນປີ 2020 ໂດຍຂໍ້ມູນດັ່ງກ່າວສາມາດເຂົ້າເຖິງໄດ້ດ້ວຍການໃຊ້ລາຍນິ້ວມື ແລະ ລັກສະນະສະເພາະຂອງທາງຊີວະວິທະຍາອື່ນໆ ເຊິ່ງຈະເປັນເຄຣດິດທີ່ຄວບຄຸມທົ່ວທັງສັງຄົມຈີນ.

ຄວາມເຄື່ອນໄຫວເປັນໄປຕາມແຜນການຂອງ ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຈີນ ທີ່ຈະສ້າງລະບົບຄວາມໜ້າເຊື່ອຖືໃນສັງຄົມ ໂດຍຢຶດຖືເອົາຫຼັກການ “ເມື່ອເຊື່ອຖືບໍ່ໄດ້ກໍ່ຕ້ອງຖືກຄວບຄຸມຕະຫຼອດເວລາ” ແຜນການນີ້ໄດ້ຮັບການລົງນາມຮັບຮອງໂດຍ 8 ກະຊວງ ແລະ ໜ່ວຍງານທຽບເທົ່າ ຮວມເຖິງສຳນັກງານສາຍການບິນ ແລະ ສານປະຊາຊົນສູງສຸດ.

ຈີນມີແຜນດຳເນີນການລະບົບທີ່ຈະອະນຸຍາດໃຫ້ໜ່ວຍງານຕ່າງໆ ຂອງລັດຖະບານ ສາມາດແບ່ງປັນຂໍ້ມູນກ່ຽວກັບຄວາມໜ້າເຊື່ອຖືຂອງພົນລະເມືອງ ແລະ ກຳນົດບົດລົງໂທດຕາມຄະແນນຄວາມໜ້າເຊື່ອຖືທາງສັງຄົມ.

ບຸກຄົນທີ່ຈະຖືກຂຶ້ນບັນຊີຖືກຈຳກັດ ລວມເຖິງກຸ່ມຜູ້ທີ່ເຜີຍແຜ່ຂໍ້ມູນເທັດກ່ຽວກັບການກໍ່ການຮ້າຍ ພົວພັນວັດຖຸອັນຕະລາຍ, ຜູ້ກໍ່ຄວາມເດືອດຮ້ອນວຸ້ນວາຍເທິງເຮືອບິນ ຫຼື ລົດໄຟ, ຜູ້ທີ່ໃຊ້ປີ້ໂດຍສານໝົດອາຍຸ ຫຼື ສູບຢາໃນລົດໄຟ; ບັນຊີບຸກຄົນຕ້ອງຫ້າມຍັງຈະລວມເຖິງຜູ້ກະທຳຜິດທາງການເງິນ ເຊັ່ນ ນາຍຈ້າງບໍ່ຊຳລະຄ່າປະກັນສັງຄົມ ຫຼື ປະຊາຊົນທີ່ບໍ່ຈ່າຍຄ່າປັບຕ່າງໆຂອງທາງການ. ກົດລະບຽບໃໝ່ນີ້ແມ່ນເລີ່ມທົດລອງນຳໃຊ້ຕັ້ງແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນມາ.

ມາດຕະຖານຄະແນນເຄຣດິດແມ່ນປະມານ 350 ຄະແນນຈະຈັດຢູ່ໃນເກນຕໍ່າ ໂດຍຄະແນນລະດັບສູງສຸດຢູ່ທີ່ 950 ຄະແນນຂຶ້ນໄປ, ຖ້າບຸກຄົນທີ່ມີຄະແນນສູງເກີນເກນທີ່ໄດ້ກຳນົດນີ້ ຈະໄດ້ຮັບສິດທິພິເສດຕ່າງໆ ແຕ່ຖ້າບຸກຄົນໃດທີ່ມີຄະແນນລະດັບຕໍ່າກວ່າເກນທີ່ກຳນົດໄວ້ ອາດຈະໄດ້ເສຍຄ່າປັບສູງຂຶ້ນ ຫຼື ໄດ້ຮັບໂທດໜັກຂຶ້ນເມື່ອກະທຳຄວາມຜິດ ອີກທັງຕ້ອງເສຍຄ່າເຊົ່າໂຮງແຮມທີ່ພັກ ແລະ ພາຫະນະ ໃນອັດຕາທີ່ແພງກວ່າປົກກະຕິ ລວມເຖິງການຕັດສິດໃຊ້ບໍລິການສາທາລະນະຕ່າງໆ, ບໍ່ຮັບເຂົ້າເຮັດວຽກ ຫຼື ຖືກປະຈານ.

 

 

 

 

 

ຮຽບຮຽງບົດໂດຍ: ບຸດສະດີ ສາຍມັດ
ແຫຼ່ງຂ່າວ: thestandard.co, thematter.co, dailynews.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...