spot_img
Homeຂ່າວ​ໄອ​ທີເຟສບຸກຈະຕັ້ງສູນຂໍ້ມູນທີ່ທັນສະໄໝທີ່ສຸດໃນ ອາຊີ

ເຟສບຸກຈະຕັ້ງສູນຂໍ້ມູນທີ່ທັນສະໄໝທີ່ສຸດໃນ ອາຊີ

Published on

ເມື່ອວັນທີ 6 ກັນຍາທີ່ຜ່ານມານີ້ ເຟສບຸກໄດ້ອອກມາເປີດເຜີຍວ່າຈະມີການສ້າງສູນຂໍ້ມູນ ທີ່ມີມູນຄ່າ 1,4 ຕື້ ໂດລາສະຫະລັດ ໃນປະເທດ ສິງກະໂປ ເຊິ່ງນັບເປັນສູນຂໍ້ມູນແຫ່ງທໍາອິດຂອງເຟສບຸກໃນອາຊີ ແລະ ເປັນແຫ່ງທີ 15 ຂອງໂລກ.

ແຫຼ່ງຂ່າວຕ່າງປະເທດລາຍງານວ່າ: ສູນຂໍ້ມູນແຫ່ງນີ້ ຈະຕັ້ງຢູ່ໃນເຂດຕັນຈົງກະລິງ ທີ່ຮູ້ຈັກກັນໃນຊື່ເດີມວ່າ: ດາຕ້າ ເຊັນເຕີພາກ ຈະສະໜັບສະໜູນວຽກງານໄດ້ຫຼາຍນັບຮ້ອຍຕໍາແໜ່ງ ແລະ ສົ່ງເສີມອັດຕາການເຕີບໂຕສ່ວນໜຶ່ງຂອງເຟສບຸກໃນສິງກະໂປ ແລະ ໃນພາກພື້ນ, ເຊິ່ງສູນຂໍ້ມູນແຫ່ງນີ້ມີເປົ້າໝາຍວ່າຈະເລີ່ມດໍາເນີນງານໃນປີ 2022 ໂດຍຈະໃຊ້ເວລາໃນການກໍ່ສ້າງປະມານ 2-3 ປີ.

ເຟສບຸກໄດ້ລະບຸວ່າ: ສູນຂໍ້ມູນຂອງເຮົາເປັນສິ່ງປຸກສ້າງທີ່ທັນສະໄໝທີ່ສຸດທີ່ຈະຊ່ວຍໃຫ້ແອັບ ແລະ ບໍລິການຕ່າງໆຂອງເຟສບຸກເຂົ້າເຖິງບຸກຄົນທົ່ວໂລກໃນທຸກໆມື້. ເມື່ອກໍ່ສ້າງສໍາເລັດຈະເປັນອາຄານ 11 ຊັ້ນທີ່ມີພື້ນທີ່ 170.000 ຕາແມັດຊຶ່ງປະກອບໄປດ້ວຍ ສະຖາປັດຕະຍະກໍາທີ່ໃຊ້ອຸປະກອນນໍ້າໜັກເບົາເປັນຊ່ອງແບບໂລ່ງເພື່ອໃຫ້ອາກາດໝູນວຽນໄດ້ດີ ແລະ ສາມາດເບິ່ງເຫັນກົນໄກທີ່ຢູ່ພາຍໃນ.

ທ່ານ ໂທມັສ ເຟີລອງ ຮອງປະທານດ້ານໂຄງສ້າງພື້ນຖານຂອງເຟສບຸກເປີດເຜີຍວ່າ: ບໍລິສັດມີພະນັກງານຢູ່ໃນສິງກະໂປປະມານ 1.000 ຄົນ ແລະ ໄດ້ມີການສະໜັ້ບສະໜູນໂຄງການທີ່ຊ່ວຍໃຫ້ທຸລະກິດ Start Up ໃນທ້ອງຖິ່ນເຕີບໂຕຂຶ້ນລວມທັງມີສ່ວນຮ່ວມໃນການສົ່ງເສີມການຮູ້ທັນສື່ໃຫ້ຫຼາຍກວ່າເກົ່າ.

 

 

 

 

 

ແຫຼ່ງຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ສັງຄົມ

ຮູບພາບຈາກ: wallstreetjournal, Marketingland

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...