spot_img
Homeຂ່າວຕ່າງປະເທດບັງກລາເທດ ຈະຂາຍນໍ້າມັນໃຫ້ກັບຜູ້ທີ່ໃສ່ໝວກກັນກະທົບເທົ່ານັ້ນ

ບັງກລາເທດ ຈະຂາຍນໍ້າມັນໃຫ້ກັບຜູ້ທີ່ໃສ່ໝວກກັນກະທົບເທົ່ານັ້ນ

Published on

ຫຼັງເກີດເຫດລົດເມຕໍາເດັກນ້ອຍໄວລຸ້ນ 2 ຄົນເສຍຊີວິດເມື່ອເດືອນສິງຫາທີ່ຜ່ານມາ ເຮັດໃຫ້ເກີດມີການປະທ້ວງຂຶ້ນໃນຫຼາຍເມືອງຂອງບັງກລາເທດ, ນັກຮຽນ ນັກສຶກສາກວ່າ 20 ລ້ານຄົນອອກມາປິດຫົນທາງ ແລະ ປະທ້ວງຮຽກຮ້ອງໃຫ້ເຄືອຂ່າຍຄົມມະນາຄົມຍົກລະດັບຄວາມປອດໄພຕາມທ້ອງຖະໜົນໃຫ້ດີຂຶ້ນ. ຫຼັງຈາກເກີດການປະທ້ວງດັ່ງກ່າວ, ລັດຖະບານບັງກລາເທດ ຈຶ່ງໄດ້ອອກກົດໝາຍການຂົນສົ່ງສະບັບໃໝ່ ແລະ ຈະເລີ່ມທົດລອງປະຕິບັດທີ່ນະຄອນຫຼວງ ທາກາ.

ແຫຼ່ງຂ່າວຕ່າງປະເທດລາຍງານວ່າ ທ່ານ ອາຊາດູຊາມານ ມີອາ ຜູ້ບັນຊາການຕຳຫຼວດນະຄອນຫຼວງ ທາກາກ່າວວ່າ: ຜູ້ຂັບຂີ່ລົດຈັກທີ່ບໍ່ໃສ່ໝວກກັນກະທົບຈະຖືກຫ້າມບໍ່ໃຫ້ຊື້ນໍ້າມັນໃນປໍ້ານໍ້າມັນໃນ ທາກາ, ຈຸດປະສົງກໍເພື່ອຍົກລະດັບຄວາມປອດໄພຕາມທ້ອງຖະໜົນພາຍໃນປະເທດ. ນອກຈາກນີ້ ຍັງໄດ້ລະບຸໄວ້ໃນມາດຕະການດັ່ງກ່າວອີກວ່າ: ລົດຈັກ 1 ຄັນໃຫ້ມີຄົນຂີ່ໄດ້ສູງສຸດບໍ່ເກີນ 2 ຄົນຄື: ຜູ້ຂັບຂີ່ ແລະ ຜູ້ໂດຍສານທີ່ຊ້ອນທ້າຍອີກ 1 ຄົນ ແລະ ຕ້ອງໃສ່ໝວກກັນກະທົບເຊັ່ນດຽວກັນ.

ກຸ່ມເອກະຊົນທີ່ສັງເກດການອຸປະຕິເຫດໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ໃນແຕ່ລະປີ ມີຜູ້ເສຍຊີວິດປະມານ 12.000 ຄົນໃນບັງກລາເທດ ໂດຍມີສາເຫດມາຈາກອຸປະຕິເຫດທາງທ້ອງຖະໜົນທັງໝົດ. ກົດໝາຍນີ້ຈະເລີ່ມປະຕິບັດໃຊ້ໃນນະຄອນຫຼວງ ທາກາ ເຊິ່ງເປັນຈຸດຕົວແບບເມືອງທໍາອິດ ເພື່ອສຶກສາຜົນໄດ້ຮັບ ແລະ ນໍາໄປປັບໃຊ້ໃນເມືອງອື່ນຕໍ່ໄປ ເພື່ອຫຼຸດການເກີດອຸປະຕິເຫດ.

ແຫຼ່ງຂ່າວຈາກ: ໜັງສືພິມ ເສດຖະກິດ-ສັງຄົມ ແລະ The new Indian Express, ຮູບພາບຈາກ: prachachat

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...