spot_img
Homeຂ່າວຕ່າງປະເທດເຮືອບິນລໍາໃໝ່ຂອງ ອົດສະຕຣາລີ ມີຄວາມສາມາດບິນໄດ້ໄລຍະທາງ 20 ຊົ່ວໂມງ

ເຮືອບິນລໍາໃໝ່ຂອງ ອົດສະຕຣາລີ ມີຄວາມສາມາດບິນໄດ້ໄລຍະທາງ 20 ຊົ່ວໂມງ

Published on

ເມື່ອວັນທີ 3 ກັນຍາທີ່ຜ່ານມານີ້ ແຫຼ່ງຂ່າວຕ່າງປະເທດລາຍງານວ່າ: ສາຍການບິນ ຄວອນຕັສ ຊຶ່ງເປັນສາຍການບິນທີ່ໃຫຍ່ທີ່ສຸດຂອງ ອົດສະຕຣາລີ ສາມາດສ້າງເຮືອບິນທີ່ບິນໂດຍກົງຈາກນະຄອນ ຊິດນີ ຂອງ ອົດສະຕຣາລີ ໄປຫານະຄອນຫຼວງລອນດອນ, ຂອງປະເທດ ອັງກິດໄດ້ແລ້ວ ເຊິ່ງຕ້ອງໃຊ້ເວລາໃນການເດີນທາງ 20 ຊົ່ວໂມງ ແລະ ຖືວ່າເປັນການເດີນທາງທີ່ມີໄລຍະທາງເຄິ່ງໂລກ.

ທ່ານ ອະລັນ ຈອຍ ປະທານບໍລິສັດ ສາຍການບິນ ຄວອນຕັສກ່າວວ່າ: ໃນປີທີ່ຜ່ານມາ ໄດ້ລໍຖ້າໃຫ້ບໍລິສັດໂບອິງ ກັບ ແອບັສອອກແບບເຮືອບິນທີ່ສາມາດບິນໂດຍກົງຈາກຊິດນີ ໄປນະຄອນຫຼວງລອນດອນ ຫຼື ນິວຢອກຂອງ ອາເມລິກາ. ເຊິ່ງໃນຂະນະດຽວກັນນັ້ນ, ບໍລິສັດ ຄວອນຕັສ ກໍສາມາດສ້າງເຮືອບິນດັ່ງກ່າວໄດ້ ແລະ ທາງບໍລິສັດຍັງຕ້ອງການອອກແບບພາຍໃນເຮືອບິນໃຫ້ມີຕຽງນອນ, ສະຖານທີ່ລ້ຽງເດັກ, ສະຖານທີ່ອອກກໍາລັງກາຍພາຍໃນເຮືອບິນ ເພື່ອຮອງຮັບຜູ້ໂດຍສານທີ່ຕ້ອງການເດີນທາງເປັນເວລາດົນ.

 

 

 

ແຫຼ່ງຂ່າວຈາກ: ໜັງສືພິມ ປະຊາຊົນ

ຮູບພາບຈາກ: The independent

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...