spot_img
Homeຂ່າວພາຍ​ໃນລັດວິສະຫະກິດ ນໍ້າປະປານະຄອນຫຼວງ ໄດ້ອອກແຈ້ງການ: ​ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິ

ລັດວິສະຫະກິດ ນໍ້າປະປານະຄອນຫຼວງ ໄດ້ອອກແຈ້ງການ: ​ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິ

Published on

ອີງໃສ່ສະພາບອາກາດທີ່ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນໍ້າຂອງມີຄວາມຂຸ່ນສູງເກີນມາດຕະຖານການຜະລິດຂອງໂຮງງານຜະລິດນໍ້າປະປາ ໃນປະຈຸບັນ.

ລັດວິສະຫະກິດ ນໍ້າປະປານະຄອນຫຼວງ ໄດ້ອອກມາແຈ້ງການໃຫ້ແກ່ບັນດາພະນັກງານ, ທະຫານຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດທຸກພາກສ່ວນຢູ່ນະຄອນຫຼວງວຽງຈັນໄດ້ຊາບກັນວ່າ: ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິ ຍ້ອນສະພາບແມ່ນໍ້າຂອງ ມີຄວາມຂຸ່ນສູງເກີນມາດຕະຖານການຜະລິດ ເຊິ່ງອາດຈະສົ່ງຜົນກະທົບຕໍ່ການຜະລິດ-ສະໜອງນໍ້າປະປາຢູ່ໃນບາງເຂດ ບໍ່ສະໝໍ່າສະເໝີ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ພາຍໃນນະຄອນຫຼວງວຽງຈັນ ໃນໄລຍະລະດູຝົນນີ້.

ສະນັ້ນ, ທາງລັດວິສະຫະກິດນໍ້າປະປານະຄອນຫຼວງຈິ່ງແຈ້ງມາເຖິງປະຊາຊົນໃນນະຄອນຫຼວງວຽງຈັນ ໃຫ້ມີການກະກຽມເຫັບນໍ້າໄວ້ຊົມໃຊ້ໃຫ້ພຽງພໍ ແລະ ຊ່ວຍກັນປະຢັດນໍ້າຈົນກວ່າ ການຜະລິດ-ສະໜອງນໍ້າປະປາຈະເຂົ້າສູ່ສະພາບປົກກະຕິ.

 

 

 

 

ແຫຼ່ງຂ່າວ: ລັດວິສາຫະກິດນໍ້າປະປານະຄອນຫຼວງ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...