Homeຂ່າວນໍ້າຖ້ວມນໍ້າຊຳລົ້ນຕາຝັ່ງໄຫຼເຂົ້າຖ້ວມເຮືອນປະຊາຊົນໃນເຂດເທສະບານຕົວເມືອງຊຳເໜືອ

ນໍ້າຊຳລົ້ນຕາຝັ່ງໄຫຼເຂົ້າຖ້ວມເຮືອນປະຊາຊົນໃນເຂດເທສະບານຕົວເມືອງຊຳເໜືອ

Published on

ເວັບໄຊຂ່າວໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 31 ສິງຫາ 2018 ວ່າ ຊຳເໜືອພົບວິກິດນໍ້າຖ້ວມໜັກໃນຮອບຫຼາຍທົດສະວັດ ອີງຕາມການລາຍງານຈາກປະຊາຊົນໃນທ້ອງຖິ່ນໃຫ້ຮູ້ວ່າ ໃນຕອນບ່າຍຂອງວັນທີ 30 ສິງຫາ 2018 ລະດັບນໍ້າຊຳໄດ້ເພີ່ມຂຶ້ນລົ້ນຕາຝັ່ງ ບວກກັບຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມວນນໍ້າດັ່ງກ່າວໄຫຼເຂົ້າຖ້ວມເຮືອນປະຊາຊົນ, ຖະໜົນຫົນທາງ ແລະ ເນື້ອທີ່ທຳການຜະລິດ ໃນເຂດເທດສະບານເມືອງຊຳເໜືອບາງຈຸດທີ່ຢູ່ຕໍ່າກໍ່ຖືກນໍ້າຖ້ວມ ເປັນຕົ້ນແມ່ນ ບ້ານ ນາແທ່ນ ເມືອງ ວຽງໄຊ ແມ່ນໄດ້ຮັບຜົນກະທົບຢ່າງໜັກພໍສົມຄວນຈາກໄພພິບັດໃນຄັ້ງນີ້.

ໃນຂະນະທີ່ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງອອກມາແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ຢູ່ແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຕ່ວັນທີ 27 ສິງ​ຫາ 02 ກັນ​ຍາ 2018.

 

 

 

 

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ,​ ກົມອຸຕຸນິຍົມ ແລະ ອຸທົກກະສາດ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...