spot_img
Home​ຂ່າວບັນເທິງ4 ຜ່ານ! ກາຍະສິນລາວສູ່ Thailand's got talent (ມີວີດີໂອ)

4 ຜ່ານ! ກາຍະສິນລາວສູ່ Thailand’s got talent (ມີວີດີໂອ)

Published on

ໃນວັນທີ 27 ສິງຫາ ທີ່ຜ່ານມາ, ທີມ ນັກກາຍະສິນມິດຕະພາບກັນເອງ ຈາກ ສປປ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນໃນເວທີ Thailand’s got talent ທີ່ອອກອາກາດທາງຊ່ອງ Workpoint 23.

ທີມນັກກາຍະສິນດັ່ງກ່າວປະກອບດ້ວຍ: ທ້າວ ບຸນສະແຫວງ ສຸກຈັນທະລາວົງ ອາຍຸ 31 ປີ ແລະ ນາງ ສິດທິສອນ ພອນສະຫວັນ ອາຍຸ 26 ປີ. ການສະແດງດັ່ງກ່າວແມ່ນຖືກເອີ້ນວ່າ “ລີລາເທິງເຊືອກແພ“ ເປັນການສະແດງຟ້ອນລໍາເທິງຜືນຜ້າທີ່ສະແດງເຖິງຄວາມແຂງແຮງຂອງຮ່າງກາຍ ແລະ ອ່ອນຊ້ອຍງົດງາມ ໂດຍມີສຽງດົນຕີບັນເລງປະກອບ ດັ່ງພາບຈິນຕະນາການໃນນິຍາຍ.

ທີມງານລາວໂພສໄດ້ຕິດຕໍ່ຫາ ທ້າວ ບຸນສະແຫວງ ແລະ ຖາມເຖິງແຮງບັນດານໃຈໃນການເຂົ້າຮ່ວມລາຍການ Thailand’s got talent 2018, ລາວໄດ້ກ່າວວ່າ:​ “ເຮົາສະໝັກເຂົ້າຮ່ວມລາຍການຄັ້ງນີ້ ກໍເພື່ອຢາກນໍາສະເໜີໃຫ້ຕ່າງຊາດຮູ້ວ່າ ຄົນລາວເຮົາກໍມີຄວາມສາມາດ ເຊັ່ນກັນ“. ການສະແດງກາຍະສິນຈາກຊາວໜຸ່ມລາວຄັ້ງນີ້ ໄດ້ຮັບສຽງຊື່ນຊົມ ແລະ ຄວາມປະທັບໃຈຈາກຄະນະກຳມະການ, ຜູ້ຮັບຊົມ. ນອກຈາກນັ້ນ, ກໍຍັງມີສຽງຊື່ນຊົມຈາກຄົນລາວ, ຄົນໄທ ແລະ ຊາວຕ່າງຊາດທີ່ມາສະແດງຄວາມຄິດເຫັນກ່ຽວກັບການສະແດງດັ່ງກ່າວໃນເວັບໄຊສ໌ Youtube, ທຸກໆຄອມເມັ້ນຕ່າງເວົ້າເປັນສຽງດຽວກັນວ່າ ຢາກໃຫ້ການສະແດງຄັ້ງນີ້ເຂົ້າສູ່ຮອບຕໍ່ໆໄປ. ມາຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ທີມມິດຕະພາບລາວເຂົ້າຮອບຕໍ່ໄປນໍາກັນ.

ຄົນລາວເຮົາທີ່ສົນໃຈຢາກຮັບຊົມການສະແດງສົດ ສາມາດໄປຮັບຊົມໄດ້ທີ່ ໂຮງກາຍະສິນລາວ ຕັ້ງຢູ່ ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ຕິດຕາມຕາຕະລາງການເປີດສະແດງໄດ້ທີ່ ເຟສບຸກຂອງໂຮງກາຍະສິນລາວ.

ຕອນນີ້, ທ້າວ ບຸນສະແຫວງ ແລະ ນັກສະແດງກາຍະສິນຄົນອື່ນໆໃນກອງກາຍະສິນ ກຳລັງຝຶກຊ້ອມ ເພື່ອໄປສະແດງກາຍະສິນທີ່ແຂວງອັດຕະປື ເພື່ອໃຫ້ກຳລັງໃຈແກ່ຜູ້ປະສົບໄພນໍ້າຖ້ວມ ໂດຍຜັດປ່ຽນກັນລົງໄປກັບກອງສະແດງຈາກພາກສ່ວນອື່ນໆເຊັ່ນ: ກອງລະຄອນ, ກອງສະແດງ ຕາມການເຫັນດີຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ສຸດທ້າຍນີ້, ບຸນສະແຫວງຢາກຂໍຝາກເຖິງຊາວໜຸ່ມລາວ ໃຫ້ມີຄວາມກ້າທີ່ຈະສະແດງອອກເຖິງຄວາມສາມາດ ແລະ ພອນສະຫວັນຂອງຕົນເອງ , ຢາກໃຫ້ຄົນລາວເຮົາຕິດຕາມຜົນງານຂອງສິນລະປິນລາວ ເພາະສິນລະປິນຂອງລາວກໍມີຄວາມສາມາດບໍ່ແພ້ຊາດອື່ນເຊັ່ນກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...