Homeຂ່າວກິລາປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ຂໍຖອນຕົວຈາກຕຳແໜ່ງ

ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ຂໍຖອນຕົວຈາກຕຳແໜ່ງ

Published on

ເມື່ອວັນທີ 28 ສິງຫາ 2018 ຈາກກໍລະນີທີ່ທາງສະຫະພັນບານເຕະແຫ່ງຊາດລາວໄດ້ອອກມາໂພສໃບແຈ້ງການລົງວິໄນຕໍ່ປະທານ ສະໂມສອນບານເຕະວຽງຈັນ ຢູໄນເຕັດ ເນື່ອງຈາກໃນວັນທີ 25 ສິງຫາ 2018 ຜູ້ກ່ຽວໄດ້ຖ່າຍທອດສົດຜ່ານທາງເຟສບຸ໊ກສ່ວນຕົວວິຈານທາງເຂົ້າສະຫະພັນບານເຕະແຫ່ງຊາດລາວ ເຊິ່ງທາງ ສຕລ ໃຫ້ເຫດຜົນວ່າພຶດຕິກຳນີ້ແມ່ນບໍ່ເໝາະສົມ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວກໍ່ຄື ປະເທດຊາດ ດັ່ງນັ້ນຈິ່ງໄດ້ລົງວິໄນ ນາງ ພິຈິກາ (ໂບ) ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ເປັນເວລາ 90 ວັນ ໂດຍຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກຳບານເຕະ ໃນ ສປປ ລາວ.

ຫຼັງຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງ ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ໄດ້ອອກມາໂພສຜ່ານເຟສບຸ໊ກສ່ວນຕົວທີ່ມີຊື່ວ່າ Phijika Boonkwang ໂດຍໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ຂໍຖອນຕົວຈາກການເປັນປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ.

https://www.facebook.com/iamphijika/videos/10156409690166480/?hc_ref=ARTIW3Wx02vyb16bBD_zdH_VvGz98WxGntQrYnOOEa1WUrtc6uqHahwAgR2JafrBHk8&fref=nf&__xts__[0]=68.ARBSzmJGnFmIPfJzV57LJJw5M1OCwZeVSmypzpQt3aZLcbYkdgbHkjAnB6OwZqxXhUJocasrgC1nxdxJZNPXL3y-6xKK-Cwk4KOG-czJMfA_jDLP8S9GncrajdgNnLbgRwIAs9o&__tn__=C-R

 

 

ແຫລ່ງຂ່າວ: ເຟສບຸ໊ກເພສ ສະຫະພັນບານເຕະແຫ່ງຊາດລາວ, ເຟສບຸ໊ກ Phijika Boonkwang

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...