Homeຂ່າວຕ່າງປະເທດສະຫະລັດຂຶ້ນບັນຊີດຳບໍລິສັດຊິບປິ້ງຂອງຣັດເຊຍຍ້ອນແລກປ່ຽນສິນຄ້າກັບເກົາຫຼີເໜືອ

ສະຫະລັດຂຶ້ນບັນຊີດຳບໍລິສັດຊິບປິ້ງຂອງຣັດເຊຍຍ້ອນແລກປ່ຽນສິນຄ້າກັບເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 21 ສິງຫາ 2018ວ່າ ກະຊວງການເງິນສະຫະລັດຖະແຫຼງການເມື່ອວັນອັງຄານ ຂຶ້ນບັນຊີດຳບໍລິສັດຊິບປິ້ງຂອງຣັດເຊຍ 2 ແຫ່ງ ເຊິ່ງມີສຳນັກງານໃຫຍ່ຢູ່ທີ່ເມືອງ ວາລາດິວອສຕ໊ອກຄື ບໍລິສັດ ປຣີມໍເຍ ມາຣິທາມ ໂລຈິສຕິກສ໌ ແລະ ບໍລິສັດ ກັດຊອນ ຊິບປິ້ງ ພ້ອມທັງຂຶ້ນບັນຊີດຳເຮືອບັນທຸກສິນຄ້າຕິດທຸງຊາດຣັດເຊຍ 6 ລຳ

ລັດຖະມົນຕີກະຊວງການເງິນຂອງສະຫະລັດກ່າວວ່າ ບໍລິສັດ ແລະ ເຮືອທັງໝົດທີ່ຂຶ້ນບັນຊີດຳຄັ້ງນີ້ໄດ້ລະເມີດມາດຕະການຄວໍ້າບາດເກົາຫຼີເໜືອ ທີ່ກຳນົດໂດຍ ຢູເອັນເອສຊີ ເຊິ່ງຫ້າມການແລກປ່ຽນສິນຄ້າລະຫວ່າງເຮືອຂອງເກົາຫຼີເໜືອກັບເຮືອຂອງທຸກປະເທດ ແລະ ການເຮັດທຸລະກຳທີ່ກ່ຽວຂ້ອງ

ຕໍ່ມາທ່ານ ເຊີເກ ຣິບຄອຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກ່າວວ່າເປັນອີກຄັ້ງທີ່ລັດຖະບານວໍຊິງຕັນປະກາດໃຊ້ມາດຕະການຄວໍ້າບາດ “ແບບຫຼັກລອຍ” ພຽງຝ່າຍດຽວ ແລະ ລັດຖະບານມອສໂກຈະມີມາດຕະການຕອບໂຕ້ໃນເລື່ອງນີ້ຄືກັນ

 

ແຫລ່ງຂ່າວ: dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...